ຢາກເປັນລູກເຂີຍມາແຮງແຊງໂຄ້ງທຸກເພງ ທະລຸ 100.000.000 ວີວ ໄປເປັນທີ່ຮຽບຮ້ອຍໃນວັນທີ 4 ກັນຍາ 2020 ຖືເປັນປະຫວັດສາດເພງລາວທີ່ດັງແຮງດັງໄວເປັນພິເສດຢ່າງບໍ່ເຄີຍມີມາກ່ອນ

ຕ້ອງສະແດງຄວາມຍິນດີນໍາ Jame Uno x Sophana x Bigyai ທີ່ສ້າງເພງ ຢາກເປັນລູກເຂີຍ ອອກມາຢ່າງແປກ ເຮັດໃຫ້ນັກຮ້ອງດັງໆຫຼາຍຄົນໃນເມືອງໄທເຖິງກັບອົດບໍລົນທົນບໍໄດ້ທີ່ຈະນຳໄປໂຄເວີ

ໃນເວລາດຽວກັນເພງນີ້ກໍ່ເປັນທີ່ກ່າວເຖິງຫຼາຍທີ່ສຸດໃນເວລາອັນສັ້ນໆ ເຮັດໃຫ້ຜູ້ຊົມໃນລາວ ແລະໄທຕ່າງກໍ່ຢາກເຫັນຢາກຊົມເພງນີ້ເປັນແນວໃດ ຈິ່ງເຮັດໃຫ້ຍອດວີວທະລຸ 100.000.000 ລ້ານວິວຖ້ວນໆໃນວັນທີ 4/09/2020 ເປັນສ້າງປະຫວັດສາດໃຫ້ແກ່ເພງລາວເຮົາ ແລະ ຍັງທໍາລາຍສະຖິຕິເພງໃນລາວຄື:

ທຳມະດາ ແຕ່ບໍທຳມະດາ
1. ເພງທີ່ມີຄົນເບິ່ງວິວຫຼາຍ ທີ່ສຸດໃນລາວ ແລະ ຂຶ້ນໄວທີ່ສຸດ
2. ເພງທໍາອິດໃນປະເທດລາວຮອດ 100 ລ້ານວິວ
3. ເປັນວີດີໂອທີ່ສ້າງເງິນຫຼາຍທີ່ສຸດໃນປະເທດລາວ

loading...
0 Comments