
ເວັບໄຊຂ່າວຕ່າງປະເທດ ເອເອັບພີ ລາຍງານວ່າ ເຊັດ ລຸກຮາດ ທ່ານໝໍປົວແຂ້ວໄວ 35 ປີ ຖືກພິພາກສາຈຳຄຸກເປັນເວລາ 12 ປີ ໃນຂໍ້ຫາເປັນໝໍປົວແຂ້ວແບບຜິດກົດໝາຍ ແລະມີພຶດຕິກຳຫຼາຍຢ່າງທີ່ເປັນອັນຕະລາຍຕໍ່ຄົນເຈັບ ຫຼັງມີຄົນເຈັບທີ່ມາໃຫ້ບໍລິການຮ້ອງຮຽນກວ່າ 40 ຄະດີ ໂດຍມີພາບຫຼັກຖານຈາກຄລິບວິດີໂອ ລຸກຮາດ ຢືນຢູ່ໂຮເວີບອດຂະນະຖອນແຂ້ວໃຫ້ຄົນເຈັບ

ນອກຈາກນີ້ແລ້ວ ຍັງມີຄົນເຈັບຫຼາຍລາຍໄດ້ໃຫ້ຂໍ້ມູນວ່າ ຖືກປ່ອຍປະບໍ່ເອົາໄຈໃສ່ຂະນະໄດ້ໃຫ້ຢາຊາ ມີອາການຫາຍໄຈລຳບາກ ແລະມີອາການແຊກຊ້ອນທາງຫົວໄຈ ແລະຄົນເຈັບບາງລາຍເກືອບເສຍຊີວິດ ບາງລາຍຫຼັງຟື້ນຂື້ນມາຈາກລິດຢາແລ້ວພົບວ່າ ໝໍ ລຸກຮາດ ຖອນແຂ້ວຜິດ ຫລືຮັກສາໃຫ້ຜິດຈາກທີ່ໄດ້ຕົກລົງກັນເອົາໄວ້

ຂໍ້ມູນ: Worldwide News, ເອເອັບພີ
0 Comments