ຍິງສາວຣັດເຊຍອາຍຸ 13 ປີທີ່ອ້າງວ່າຖືພາກັບເດັກຊາຍອາຍຸ 10 ປີ, ຜົນກວດ DNA ຫຼ້າສຸດຂອງເດັກນ້ອຍໄດ້ເປີດເຜີຍວ່າ ມີເດັກຊາຍອີກຄົນໜຶ່ງ ເປັນພໍ່.
![]() |
ຮູບພາບປະກອບບໍ່ກ່ຽວຂ້ອງກັບເນື້ອໃນ |
ໃນຊ່ວງຕົ້ນປີທີ່ຜ່ານ ມີປະເດັ່ນທີ່ເປັນກະແສຖືກວິພາກວິຈານຢ່າງໜັກໃນສື່ສັງຄົມອອນລາຍ. ກໍລະນີຂອງເດັກຍິງອາຍຸ 13 ປີ ຈາກພື້ນທີ່ Krasnoyarsk, ເຂດໄຊບີເຣຍ ຂອງຣັດເຊຍ. ເປີດເຜີຍຕໍ່ສື່ໂທລະພາບວ່າ ນາງກຳ ລັງຖືພາກັບເດັກຊາຍອາຍຸ 10 ປີ ເຊິ່ງເປັນໝູ່ກັນມາຕັ້ງແຕ່ເວລາຍັງນ້ອຍ, ໃນຂະນະທີ່ທາງການແພດຍັງມີຂໍ້ສົງໄສ. ສ່ວນເຈົ້າໜ້າທີ່ໆກ່ຽວຂ້ອງກໍ່ໄດ້ດຳເນີນການສືບສວນ ແລະຊ່ວຍເຫຼືອ
ລ້າສຸດໃນວັນທີ 7 ກັນຍາ 2020 , ບົດລາຍງານຂອງ ເວບໄຊທ໌ບ່ອນແລກປ່ຽນຄວາມ. ໄດ້ເປີດເຜີຍຄວາມຄືບໜ້ານັ້ນ ເຈົ້າໜ້າທີ່ເປີດເຜີຍວ່າ ຫຼັງຈາກທີ່ເດັກຍິງໄດ້ເກີດລູກໃນວັນທີ 16 ສິງຫາຜ່ານມາ, ຜົນການກວດ DNA ຂອງເດັກໄດ້ດຳເນີນການສຳເລັດເປັນທີ່ຮຽບຮ້ອຍ ແລະຜົນປະກົດອອກມາວ່າພໍ່ຂອງເດັກບໍ່ແມ່ນເດັກອາຍຸ 10 ປີ, ແຕ່ເປັນເດັກໄວລຸ້ນອີກຄົນ.

ຍິງຄົນນັ້ນກ່າວວ່າ "ມັນເປັນບັນຫາທີ່ເຈັບປວດສຳລັບຂ້ອຍ. ຂ້ອຍຈົມຢູ່ກັບມັນເປັນເວລາດົນນານ. ແລະຄວາມເຈັບປວດຍັງຢູ່ໃນຈິດວິນຍານຂອງຂ້ອຍ "
ສ່ວນຄຳຖາມທີ່ວ່າ" ແມ່ນໃຜເປັນພໍ່ຂອງເດັກ, "ນາງອະທິບາຍວ່າ, " ມັນເປັນການຂົ່ມຂືນ. ຂ້ອຍບໍ່ສາມາດບອກໄດ້ວ່າມັນເກີດຂື້ນແນວໃດ. ເພາະມັນເຈັບປວດທີ່ຈະຈື່ຈຳ ເປັນເວລາດົນນານຫລັງຈາກອຸປະຕິເຫດນັ້ນ ຂ້ອຍບໍ່ສາມາດເຮັດຫຍັງໄດ້ເລີຍ ມັນເປັນສິ່ງທີ່ໜ້າຢ້ານກົວ ແລະໂດດດ່ຽວໃນເວລາດຽວກັນ.”
ເຖິງຢ່າງໃດກໍ່ຕາມ, ຄະນະກຳມະການສືບສວນລັດເຊຍ. ປະຈຸບັນຍັງບໍ່ທັນມີຄວາມເຫັນໃດໆກ່ຽວກັບກໍລະນີດັ່ງກ່າວ. ນອກຈາກນີ້, ຍັງບໍ່ມີການລາຍງານສະເພາະກ່ຽວກັບວິທີການດຳເນີນການໃນກົດໝາຍ.
0 Comments