ເດັກຊາຍອາຍຸ 13 ປີ ລັກລົດພໍ່ໄປຂັບຫຼິ້ນພ້ອມກັບໝູ່ ສຸດທ້າຍເຫຼືອແຕ່ເຄິ່ງຄັນ

 


ເກີດເຫດການສຸດລະທຶກໃຈກາງນະຄອນຫຼວງມົດສະກູ ຂອງຣັດເຊຍພາຍຫຼັງເດັກຊາຍອາຍຸ 13 ປີລັກລົດໂຕຢຍຕ້າເຄັມເມີຣີຂອງພໍ່ໄປຂັບກັບໝູ່ອີກສອງຄົນ ຊິ່ງໄວເຖິງ 200 ກິໂລແມັດຕໍ່ຊົ່ວໂມງ ແມ່ນແຕ່ເຈົ້າໜ້າທີ່ຕຳຫຼວດກໍ່ນຳບໍ່ທັນ.

ເຫດການນີ້ເກີດຂຶ້ນໃນວັນທີ 16 ກັນຍາທີ່ຜ່ານມາ ເຊິ່ງເວັບໄຊເດລີເມວລາຍງານວ່າ: ເຫດລະທຶກຂັວນລົດໂຕໂຍຕ້າເຄັມເມີຣີ ທີ່ຂັບໂດຍບ່າວນ້ອຍໄວ 13 ໄດ້ປາດຊ້າຍປາດຂວາທົ່ວເສັ້ນທາງຫຼວງໃຈກາງຂອງນະຄອນຫຼວງມົດສະກູ ພ້ອມໝູ່ອີກສອງຄົນ ເຊິ່ງສ້າງຄວາມຕົກໃຈບໍ່ໜ້ອຍແກ່ຜູ້ໃຊ້ລົດໃຊ້ຖະໜົນເນື່ອງຈາກເດັກນ້ອຍກຸ່ມນີ້ເລັ່ງຄວາມໄວເຖິງ 200 ກິໂລແມັດຕໍ່ຊົ່ວໂມງ.
loading...

ທັນທີທີ່ເຫັນ ເຈົ້າໜ້າທີ່ກໍ່ໄລ່ຕິດຕາມ ແຕ່ກໍ່ແລ່ນນຳບໍ່ທັນ, ມີດ່ານຕຳຫຼວດຕັ້ງໄວ້ກາງຖະໜົນກໍ່ເອົານຳບໍ່ທັນ ຈິ່ງໄດ້ແຕ່ເປີດສັນຍານໄຟໄລ່ຕິດຕາມ ແຕ່ຍິ່ງເຮັດໃຫ້ເດັກເລັ່ງຄວາມໄວເພີ່ມຂຶ້ນໄປອີກ ຈົນຮອດທາງຫຼວງທີ່ເຊື່ອມຕໍ່ໄປປະເທດເບລາຣຸດເດັກໄດ້ເສຍການຄວບຄຸມ ເຮັດໃຫ້ລົດເຂົ້າຕຳກັນຮາວກັ້ນລົດຈັກຈົນມຸ່ນອະຍະ.


ເຈົ້າໜ້າທີ່ສືບຮູ້ຕາມຫຼັງວ່າ ເດັກຂາຍໄວ 13 ຄົນນັ້ນແມ່ນມີຄວາມຫຼົງໄຫຼເປັນພິເສດຕໍ່ການຂັບລົດມິນິໂກຄາດ ຈິ່ງລັກກະແຈລົດຂອງພໍ່ໄປຂັບ ບໍ່ພຽງໄປຄົນດຽວແຕ່ຍັງໄປຮັບເອົາໝູ່ອີກ 2 ຄົນໃນໄວ 13 ແລະ 12 ປີໄປນຳ ກ່ອນຈະນຳລົດໄປເກີດອຸບັດເຫດດັ່ງກ່າວ.

ຈາກເຫດການລົດເສຍການຄວບຄຸມເດັກຊາຍ 3 ຄົນລອດປະຕິຫານ ທ່າມກາງລົດມຸ່ນອຸ້ຍປຸ້ຍ ແຕ່ເດັກຂາຍຄົນໜຶ່ງກະເດັນອອກນອກລົດເປັນແຜຫຼາຍຈຸດ, ອີກຄົນກະດູກຂ້າງຫັກຫຼາຍເຫຼັ້ມ.

ງານນີ້ເຫັນວ່າ ຍັງຈະມີການສອບສວນເຈົ້າໜ້າທີ່ໆໄລ່ຕິດຕາມວ່າມີສ່ວນເຮັດໃຫ້ເດັກຊາຍເລັ່ງຄວາມໄວເພີ່ມຂຶ້ນຈົນເກີດອຸບັດຕິເຫດຫຼືບໍ, ສ່ວນຜູ້ປົກຄອງເດັກທັງສາມແມ່ນບໍໄດ້ສະແດງຄວາມເຫັນໃດໆຕໍ່ເຫດການໃນຄັ້ງນີ້.
loading...

0 Comments