ສາວປ່ວຍແປກ! ຕ້ອງກິນຢາທຸກ 15 ນາທີ


ເວັບໄຊຂອງອັງກິດລາຍງານວ່າ ພົບຍິງອາຍຸ 23 ປີ ທີ່ປ່ວຍເປັນໂລກທີ່ແປກປະຫຼາດ ຕ້ອງກິນອາຫານທຸກໆ 15 ນາທີເພື່ອໃຫ້ມີຊີວິດຢູ່ລອດ. ສະເລ່ຍແລ້ວ ນາງຈະກິນອາຫານ 60 ຄັ້ງຕໍ່ມື້, ແຕ່ວ່ານໍ້າໜັກຂອງນາງຈະບໍ່ມີວັນເພີ່ມຂື້ນອີກ ມີແຕ່ມັນຈະຫຼຸດລົງເທົ່ານັ້ນຖ້າຫາກບໍ່ກິນ.

ໂດຍຍິງຄົນດັ່ງກ່າວຊື່ນາງ ລິຊຊີ່ ເວລາສເຄວຊ໌ ຈາກເມືອງ ອັອດສຕິນ, ລັດເທັກຊັລ, ສະຫັດລັດອາເມລິກາ, ເປັນຍິງທີ່ມີຮ່າງກາຍຜອມຈົນເນື້ອໜັງຕິດກະດູກ. ຈົນໄປທາງໃດກໍ່ມີແຕ່ຄົນຢ້ານກົວ ຫລືສະແດງທ່າທີລັງກຽດນາງ ລິຊຊີ່ກ່າວວ່າ ໃນຕອນທຳອິດລາວຖືກໝູ່ເພື່ອນເຍາະເຍີ້ຍຈົນລາວບໍ່ສາມາດຍອມຮັບໄດ້. 


ລາວຮູ້ສຶກທໍ້ໃຈຫຼາຍທີ່ຫຼາຍຄົນເວົ້າແບບນັ້ນ ລາວໄດ້ຮັບຄວາມທຸກທໍລະມາດຫຼາຍຈາກສິ່ງທີ່ລາວເປັນ, ບໍ່ມີໃຜຮູ້, ແຕ່ສຸດທ້າຍກໍ່ເລືອກທີ່ຈະຮຽນຮູ້ ແລະຍອມຮັບສະຖານະພາບທີ່ເປັນຢູ່ ແລະປັບຕົວເພື່ອດຳລົງຊີວິດໃນສັງຄົມຢ່າງມີຄວາມສຸກ.


ລິຊຊີ່ເປັນເດັກທີ່ເກີດກ່ອນກຳນົດ 4 ອາທິດມີນໍ້າໜັກພຽງ 2 ປອນ, ເຊິ່ງແມ່ຂອງນາງບອກວ່າຕັ້ງແຕ່ຍັງນ້ອຍ ລິຊຊີ່ ຖືກສົ່ງໄປໂຮງ ໝໍ ແຕ່ທ່ານໝໍກໍ່ບໍ່ສາມາດລະບຸອາການຂອງນາງໄດ້. ໃນຂະນະທີ່ເຄຊຂອງນາງກາຍເປັນຄວາມສົນໃຈຂອງແພດໝໍໃນທົ່ວໂລກ ແລະເປັນສ່ວນໜຶ່ງຂອງການສຶກສາກ່ຽວກັບພັນທຸກຳ, ການຈະເລີນເຕີບໂຕຜິດປົກກະຕິຂອງຮ່າງກາຍ



ທ່ານໝໍບາງຄົນກ່າວວ່າ ລິຊຊີ່ ອາດຈະເປັນໂລກ Neonatal Progeroid Syndrome ເຊິ່ງເປັນສາເຫດເຮັດໃຫ້ຮ່າງກາຍແກ່ເກີນໄວອາຍຸ. ການສູນເສຍໄຂມັນຈາກໃບຫນ້າ  ແລະຮ່າງກາຍ ການເຊື່ອມໂຊມຂອງເນື້ອເຍື່ອ ເຊິ່ງບໍ່ມີຫຼາຍຄົນທີ່ປະສົບກັບສະພາບອາການນີ້ ແລະແຕ່ລະຄົນຈະມີອາການແຕກຕ່າງກັນ.

0 Comments