
ວັນທີ 15 ກັນຍາ 2020, ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຕັດສິນ ນາງ ຄໍາເພົາ ອາຍຸ 40 ປີ ຢູ່ບ້ານໄຊສະຫວ່າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈຳ ຄຸກ 2 ປີ 6 ເດືອນ ປັບໃໝ 4ລ້ານກີບ ຂໍ້ຫາຍັກຍອກຊັບຂອງພົນລະເມືອງ (ຫວຍຫຼົ້ມ) ພ້ອມໃຊ້ໜີ້ທີ່ຍັກຍອກມາ ມູນຄ່າ 448 ລ້ານກີບ ຄືນໃຫ້ໂຈດທາງແພ່ງ.

ການໄຕ່ສວນຄະດີຂອງ ນາງ ຄຳເພົາ ( ຈຳເລີຍ ) ອົງການໄອຍະການປະຊາຊົນ ໄດ້ຄົ້ນຄວ້າ ບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດ, ຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສ ໃນເວລາດຳເນີນຄະດີ ສາມາດຢັ້ງຢືນວ່າ: ການກະທຳຂອງ ນາງ ຄຳເພົາ ແມ່ນມີຂໍ້ມູນຫຼັກຖານໜັກແໜ້ນ ແລະ ພຽງພໍວ່າ: ມີຄວາມຜິດໃນສະຖານການຍັກຍອກຊັບຂອງພົນລະເມືອງ ຕາມມາດຕາ 121 ຂອງກົດໝາຍອາຍາ, ເຊິ່ງສະແດງອອກຈໍາເລີຍໄດ້ເລີ່ມເປັນແມ່ຫວຍແຕ່ປີ 2015 ມີຫວຍຈໍານວນ 5 ສາຍ ຄື: ຫວຍສາຍ 3 ລ້ານກີບ; ຫວຍສາຍ 10 ລ້ານກີບ; ຫວຍສາຍ 20ລ້ານກີບ; ຫວຍສາຍ 51ລ້ານກີບ ແລະ ຫວຍ ສາຍ 78 ລ້ານກີບ.

ພຶດຕິກຳການຍັກຍອກຊັບ ຂອງຈຳເລີຍ ໂດຍການເປັນແມ່ຫວຍ ເມື່ອລູກຫວຍຈ່າຍເງິນຄົບຕາມຈຳນວນເປັນປົກກະຕິແລ້ວ. ພໍຮອດມືສຸດທ້າຍ, ຈຳເລີຍ ໄດ້ເກັບເງິນແລ້ວບໍ່ເອົາໄປ ຈ່າຍໃຫ້ກັບມືສຸດທ້າຍ. ຜູ້ກ່ຽວເອົາເງິນດັ່ງກ່າວໄປໃຊ້ຈ່າຍສ່ວນຕົວຈົນໝົດ ຫຼື ຈ່າຍສ່ວນໃດສ່ວນໜຶ່ງ ໃຫ້ລູກຫວຍສ່ວນທີ່ເຫຼືອແມ່ນຄ້າງຈ່າຍໄວ້, ບາງຄັ້ງຈຳເລີຍ ກໍໄດ້ເອົາຊື່ບຸກຄົນອື່ນມາແອບອ້າງເປັນລູກຫວຍ ດັ່ງຫວຍສາຍ 78.000.000 ນັ້ນ ຈຳເລີຍກໍເອົາ ຊື່ຄົນອື່ນເຂົ້າເປັນລູກຫວຍເຖິງ 6 ຄົນ ແລະ ຈຳເລີຍ ກໍເປັນຄົນເປຍເອົາເງິນໄປໝົດ ຈຶ່ງເຮັດໃຫ້ບໍ່ສາມາດດຳເນີນຫວຍຕໍ່ໄດ້.
ນອກນີ້, ຈຳເລີຍ ຍັງໄດ້ກູ້ຢືມນໍາ ນາງ ຫວາງພອນ ຈໍານວນ 20ລ້ານກີບ ດອກເບ້ຍ 10% ຕໍ່ເດືອນຕາມສັນຍາກູ້ຢືມສະບັບລົງວັນ ທີ 20/10/2017, ກູ້ຢືມເງິນນຳ ນາງ ມະນີວັນ ຈໍານວນ 20.000.000 ກີບ ດອກເບ້ຍ 10% ຕໍ່ເດືອນ ຕາມສັນຍາກູ້ຢືມສະບັບລົງວັນທີ 23/ 5/2017 ແລະ ກູ້ຢືມນຳ ທ້າວ ຫງຽນວັນທາວ 20.000.000 ກີບ ຕາມສັນຍາກູ້ຢືມສະບັບ ລົງວັນທີ 24/11/2017.

ການກະທໍາຂອງ ນາງ ຄໍາເພົາ (ຈຳເລີຍ) ເປັນການກະທໍາຜິດຕໍ່ກົດໝາຍອາຍາ, ເຊິ່ງເເຕະຕ້ອງເຖິງກໍາມະສິດຂອງບຸກຄົນອື່ນ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ຈໍາເລີຍແມ່ນບຸກຄົນທີ່ມີສະຕິສໍາປະຊັນຍະສົມບູນດີ, ມີອາຍຸກະສຽນທາງອາຍາຄົບຖ້ວນ ແລ້ວສາມາດຮູ້ໄດ້ວ່າ ການກະທໍາຂອງຕົນເປັນການກະທໍາຜິດຕໍ່ກົດໝາຍ. ແຕ່ຈໍາເລີຍ ຍັງມີເຈດຕະນາໃຊ້ຄວາມໄວ້ເນື້ອເຊື່ອໃຈເພື່ອຍັກຍອກເອົາຊັບຂອງບຸກຄົນອື່ນມາເປັນຂອງຕົນ, ເຊິ່ງເຮັດໃຫ້ເກີດຜົນເສຍຫາຍຢ່າງຫຼວງຫຼາຍຕໍ່ພວກໂຈດທາງແພ່ງ.
ຂໍ້ມູນ: laoedu.org
0 Comments