
ແອັດເຄີຍນໍາສະເໜີເລື່ອງລາວອຸທາຫອນເຕືອນສະຕິບັນດາແມ່ບູກອ່ອນໄປແລ້ວຫຼາຍໆຄັ້ງ ໃນການດູແລເອົາໃຈໃສ່ລູກ ບໍ່ໃຫ້ລະເຫຼີງ ເພາະບໍ່ຮູ້ວ່າຈະມີຫຍັງເກີດຂຶ້ນກັບລູກຕອນໃດ ແລະ ມື້ນີ້ ແອັດຂໍນໍາອີກອຸທຫອນມາເຕືອນບັນດາແມ່ໆ ນັ້ນກໍ່ຄືຢ່າປ່ອຍໃຫ້ລູກນ້ອຍຢູ່ຄົນດຽວບໍ່ວ່າຈະຫຼັບ ຫຼື ຕື່ນ.
ແມ່ລູກອ່ອນທ່ານໜຶ່ງ ໄດ້ໂພສເລົ່າເລື່ອງລາວອຸທາຫອນໄວ້ວ່າ: ມື້ນີ້ເຈັບທ້ອງ ອອກຈາກຫ້ອງນໍ້າມາ ເຫັນລູກສາວໄວ 4ເດືອນໜ້າຂວໍ້າເທິງບ່ອນນອນ ພໍອຸ້ມຂຶ້ນມາເກືອບຊັອກ ຮອບປາກຂຽວ, ໂຕອ່ອນ, ຕາລອຍຄືຄົນກໍາລັງຈະໝົດລົມຫາຍໃຈ ພໍເອີ້ນສາມີມາເບິ່ງ ແລ້ວເຂົາເອົານິ້ວມາເປີດປາກລູກແລ້ວເປົ່າລົມໃສ່ ພໍເລີ່ມຕັ້ງສະຕິໄດ້ຈຶ່ງບອກແມ່ຂັບລົດພາລູກໄປໂຮງໝໍ.
ຕອນຢູ່ເທິງລົດ ແມ່ບອກໃຫ້ປໍ້າຫົວໃຈ ຄືເອົາມືກົດໆ ບ່ອນຫົວໃຈເບົາໆ ຕໍ່ເນື່ອງ ຈົນໄລຍະໜຶ່ງລູກສາວກໍ່ຮ້ອງຂຶ້ນມາ ຫາຍຈາກໂຕອ່ອນ ແລະ ໜ້າມີສີສັນຕາມປົກກະຕິ ເມື່ອຮອດໂຮງໝໍ ໝໍກວດວ່ານ້ອງປົກກະຕິ ແຕ່ໝໍກໍ່ບໍ່ຮູ້ວ່າຈະສົ່ງຜົນໃນໄລຍະຍາວຫຼື ບໍ່ ໃຫ້ສັງເກດອາການໄປເລື້ອຍໆ ຖ້າມີເຫດສຸກເສີນໃຫ້ໂທໄປ ໝໍຈະໄດ້ບອກຖືກວ່າຄວນເຮັດແບບໃດ.
ຕໍ່ໄປນີ້ເວລາເຂົ້າຫ້ອງນໍ້າ ຖ້າລູກຫຼັບ ແລ້ວຕ້ອງເຂົ້າຫ້ອງນໍ້າ ຈະຕ້ອງຫາຄົນມາເບິ່ງແທນ ຖ້າລູກຕື່ນ ຫຼື ຖ້າຫາຄົນເບິ່ງບໍ່ໄດ້ ກໍ່ຈະຕ້ອງເອົາໃສ່ອູ່ ຫຼື ກະຕ່າ ນໍາເຂົ້າຫ້ອງນໍ້ານໍາ.
ເຫດການຄັ້ງນີ້ ສະເທືອນໃຈແຮງຈົນບໍ່ມີກະຈິດກະໃຈເຮັດຫຍັງເລີຍ, ເຝົ້າແຕ່ລູກ ທຸກຄົນຫຼັບແລ້ວ ເວລາເຂົ້າຫ້ອງນໍ້າແລ້ວບໍ່ຢາກປຸກໃຜ ແລະ ບໍ່ຢາກປູກລູກເລີຍ ແຕ່ກໍ່ຕ້ອງເຮັດ
0 Comments