ສື່ອາເມລິກາເຜີຍແຜ່ຂ່າວສຸດຊື້ງ ແລະເສົ້າໃຈຂອງຂອງຄູ່ຮັກລຸ້ນໃຫຍ່ຊາວອາເມລິກັນທີ່ຄອງຮັກກັນຍາວນານເຖິງ 73 ປີ ຕ້ອງຈາກກັນຍ້ອນເຊື້ອໂຄວິດ ທັງສອງສິ້ນໃຈໃນໄລຍະຫ່າງພຽງ 6 ຊົ່ວໂມງ.
ສອງເຖົ້າໄດ້ໃຊ້ຊີວິດແຕ່ງງານຮ່ວມກັນມາຍາວນານ 73 ປີ ກ່ອນທີ່ຈະພາກັນຕິດເຊື້ອໂຄວິດ ແລະເຂົ້າໂຮງໝໍພ້ອມກັນ, ທັງສອງຂໍຢູ່ຂ້າງໆຕຽງຂອງກັນ ແລະກັນໃນໂຮງໝໍແຫ່ງໜຶ່ງຂອງເມືອງວາວູໂທຊາ ລັດວິດຄອນຊິນ.
ຄອບຄົວລູກຫຼານເຂົາເຈົ້າບໍ່ມີໃຜຮູ້ວ່າສອງເຖົ້າໄປຕິດໂຄວິດໄດ້ແນວໃດ ກ່ອນຈະລົ້ມປ່ວຍພ້ອມກັນ ແລະສິ້ນໃຈໃນເວລາທີ່ໃກ້ຄຽງກັນ.
ການຈາກໄປຂອງທັງສອງເປັນເລື່ອງທີ່ໜ້າເສົ້າທີ່ຍັງຮັກກັນບໍ່ຢາກຫ່າງແຕ່ຕ້ອງລາໂລກໄປດ້ວຍຄວາມຈຳເປັນ ແຕ່ຂໍ້ດີຂອງຄູ່ເພິ່ນຄືຍັງໄດ້ຢູ່ເບິ່ງແຍງກັນຈົນວິນາທີສຸດທ້າຍຂອງຊີວິດ ເຖິງແມ່ນຈະສິ້ນໃຈຫ່າງກັນ 6 ຊົ່ວໂມງກໍ່ຍັງດີກວ່າອີກຫຼາຍພັນຊີວິດໃນໂລກນີ້ທີ່ປ່ວຍເປັນໂລກຊະນິດດຽວກັນ ແຕ່ຕ້ອງຈາກຄອບຄົວແຕ່ວິນາທີເຂົ້າປິ່ນປົວໄປຕະຫຼອດການ.
ທັ້ງນີ້ ພໍ່ຕູ້ອາຍຸພໍດີໄດ້ 94 ປີ ສ່ວນແມ່ຕູ້ 92 ປີ ສອງຜົວເມຍນອນຈັບມືກັນ ແລະບອກຮັກກັນອຳລາຄວາມຮັກຍາວນານທີ່ສ້າງຮ່ວມກັນມາເປັນມື້ສຸດທ້າຍໃນວັນທີ 25 ເມສາ 2020 ຜ່ານມາ.
ທີ່ມາ: laoedu
0 Comments