ເລື່ອງຈິງ!! ເດັກຊາຍອາຍຸ 9 ປີອອກໂຮງຮຽນແລະໃຊ້ເວລາ 17 ປີ ເພື່ອຕາມລ່າຄົນທີ່ຂ້າພໍ່ຂອງລາວ

   ຊີວິດຈິງຍິງກ່ວານິຍາຍ... ເດັກຊາຍອາຍຸ 9 ປີຄົນໜຶ່ງ ໄດ້ໂຕ້ຖຽງກັບເພື່ອນບ້ານ ຈົນຕ້ອງສູນເສຍພໍ່ໄປ. ຊີວິດພິກຜັນ, ຕັດສິນໃຈອອກຈາກໂຮງຮຽນ ໃຊ້ເວລາ 17 ປີ ເພື່ອຕາມລ່າຄາດຕະກອນຂ້າພໍ່


 ຢ້ອນກັບໄປໃນວັນທີ 9 ເດືອນສິງຫາປີ 2000, ທ້າວ ຊຽງ ມິງສ່ຽນ, ເດັກຊາຍຊາວຈີນອາຍຸ 9 ປີ, ໄດ້ອາໄສຢູ່ເມືອງ ເຊິ້ນເຈິງ. ລາວໄດ້ໂຍນຫີນລົງນໍ້າຫລິ້ນກັບເພື່ອນຂອງລາວ ຈາງຈຸນ ເຊິ່ງມັນເປັນການຫຼີ້ນມ່ວນຊື່ນໃນໄວເດັກ ແຕ່ໃຜຈະຄິດວ່າມັນຈະນຳຄວາມໂສກເສົ້າທີ່ຮ້າຍແຮງມາໃຫ້? ເຖິງຂະໜາດເຮັດໃຫ້ລາວສູນເສຍພໍ່ຂອງລາວຕະຫຼອດໄປ...


ຫຼັງຈາກທີ່ໝິງສຽນ ແລະ ຈາງຈຸນ ມີການຜິດຖຽງກັນ. ແມ່ຕູ້ຂອງທ້າວ ຈາງຈຸນ ໄດ້ມາຊ່ວຍຫລານຊາຍຂອງຕົນ ໂດຍການຈັບ ໝິງສຽນ ແກ່ວງລາວຈົນລາວລົ້ມລົງ ຈາກນັ້ນ, ເອື້ອຍຂອງໝິງສຽນໄດ້ມາພົບ ແລະຮີບຟ້າວເຂົ້າຊ່ວຍນ້ອງ. ໃນທີ່ສຸດມັນກໍ່ຈົບລົງໂດຍເອື້ອຍຂອງໝິງສຽນຖືກຄອບຄົວຂອງຈາງຈຸນທຳຮ້າຍ. ເມື່ອນາງກັບເມືອເຮືອນ ນາງກໍ່ໄດ້ເລົ່າເລື່ອງທີ່ເກີດຂຶ້ນໃຫ້ຜົວຟັງ

 

        ໃນຂະນະທີ່ພໍ່ ແລະແມ່ຂອງໝິງສຽນ ຕອນເກີດເຫດນັ້ນພວກເຂົາໄດ້ອອກໄປຊື້ໂທລະທັດເພື່ອມາໃຊ້ຢູ່ເຮືອນຈຶ່ງບໍ່ຮູ້ເລື່ອງ ຈົນຮອດເວລາກິນເຂົ້າແລງ ເອື້ອຍຂອງ ໝິງສຽນ ໄດ້ເລົ່າເລື່ອງທັງໝົດ ແລະກ່າວຜົວຂອງນາງໄປເຮືອນຂອງຈາງຈຸນ ເພື່ອລົມກັນກ່ຽວກັບບັນຫາທີ່ນາງຖືກທຳຮ້າຍຮ່າງກາຍ

         ເມື່ອ ຊຽງ ເຫວິນຈື້ ພໍ່ຂອງໝິງສຽນ ໄດ້ຍິນເລື່ອງດັ່ງກ່າວ, ລາວກໍ່ຮີບເອົາໄຟສາຍ ແລະເສື້ອຄຸມຢ່າງໄວວາ ເພື່ອຊ່ວຍລູກເຂີຍຂອງລາວ. ໃນເວລານັ້ນ, ໝິງສຽນ ຈື່ໄດ້ວ່າເຫັນພໍ່ຂອງລາວເຂົ້າໄປໃນເຮືອນຫຼັງນັ້ນ. ກ່ອນທີ່ໄຟຈະດັບລົງ ຈາກນັ້ນລາວໄດ້ຍິນພໍ່ຮ້ອງສຽງດັງດ້ວຍຄວາມເຈັບປວດ

          ເຫວິນຈື້ ໄດ້ຮັບບາດເຈັບສາຫັດ ມີບາດແຜຈາກການຖືກແທງຫລາຍບ່ອນ ແລະເຖິງແມ່ນວ່າຫລັງຈາກເຫດການເກີດຂຶ້ນ ຄອບຄົວຂອງ ໝິງສຽນ ກໍ່ຟ້າວແລ່ນນຳພໍ່ຂອງລາວໄປໂຮງໝໍ ແຕ່ທ່ານໝໍກໍ່ບໍ່ສາມາດຊ່ວຍຊີວິດລາວໄວ້ໄດ້. ໝິງສຽນ ຈື່ປະໂຫຍກສຸດທ້າຍຂອງພໍ່ຂອງລາວ ພໍ່ບອກວ່າໜາວແລະຫິວ.

 ມື້ຕໍ່ມາເຈົ້າໜ້າທີ່ຕຳຫຼວດ ໄດ້ໄປກວດກາສະຖານທີ່ເກີດເຫດ ແລະດຳເນີນການສອບສວນ. ແຕ່ວ່າບໍ່ມີການຈັບກຸມຜູ່ກໍ່ເຫດໃນເວລານັ້ນ ແລະຜູ້ຕ້ອງສົງໄສ ຈາງ ມູກີ ກໍ່ສາມາດຫຼົບໜີໄປໄດ້

          ນັບແຕ່ມື້ນັ້ນເປັນຕົ້ນມາ, ຊີວິດຂອງ ໝິງສຽນ ໄດ້ປ່ຽນແປງໄປໝົດ ຄອບຄົວຂອງລາວມີຄວາມໂສກເສົ້າຫຼາຍ. ໂດຍສະເພາະແມ່ເຊິ່ງຮ້ອງໄຫ້ຕະຫຼອດເວລາ ແລະໃນທີ່ສຸດໝິງສຽນໃນໄວ 9 ປີ ຕັດສິນໃຈອອກໂຮງຮຽນທັງໆທີ່ລາວກໍ່ຮຽນດີຕະຫຼອດມາ. ເພາະຄວາມປາດຖະໜາດຽວຂອງລາວໃນເວລານັ້ນແມ່ນ ຕ້ອງການຈັບຄາດຕະກອນທີ່ຂ້າພໍ່ຂອງລາວ

          ໝິງສຽນ ເລີ່ມຕົ້ນພາຄອບຄົວໄປທີ່ສະຖານີຕຳຫຼວດເພື່ອເອົາຂໍ້ມູນກ່ຽວກັບ ມູກີ. ຫລັງຈາກນັ້ນ, ເມື່ອ ໝິງສຽນ ມີອາຍຸ 10 ປີ, ຄອບຄົວໄດ້ຍ້າຍໄປຢູ່ເມືອງໃຫຍ່. ເພື່ອໃຫ້ງ່າຍຕໍ່ການຊອກຫາຜູ້ກະທຳຜິດ ແຕ່ເມື່ອຫລາຍປີຜ່ານໄປ, ບໍ່ມີສັນຍານວ່າລາວຈະພົບຄາດຕະກອນຜູ້ນັ້ນ

          ໝິງສຽນ ບໍ່ຍອມແພ້ງ່າຍໆ, ລາວໄດ້ອຸທິດເວລາທັງໝົດເພື່ອຕາມສຶບຫາ, ຈົນຮອດປີ 2007 ລາວໄດ້ຮັບເບາະແສທີ່ສຳຄັນຄັ້ງທຳອິດ. ມີພະຍານໄດ້ເຫັນບຸກຄົນຄືຄ້າຍກັບ ມູກີ ຂີ່ລົດຈັກໃກ້ສະຖານີລົດໄຟ ຄຸນໝິງ, ໝິງສຽນ ກໍ່ໄດ້ມາເຝົ້າຕິດຕາມເປັນເວລາຫລາຍມື້ ແຕ່ບໍ່ພົບເຫັນ

          ຕໍ່ມາໃນປີ 2013 ໝິງສຽນສືບຊາບວ່າມູກີອາດລີ້ຊ້ອນຢູ່ນິຄົມອຸດສາຫະກຳໃນຈິນຈຽງ ມົນທົນຟູຈ້ຽນ  ໝິງສຽນຈຶ່ງໄດ້ເດີນທາງໄປທີ່ນັ້ນ ແລະໃຊ້ເວລາ 6 ເດືອນ ເພື່ອຊອກຫາ ມູກີ. ແຕ່ກັບມາມືເປົ່າອີກຕາມເຄີຍ

          ຈົນສຸດທ້າຍ, ໃນປີ 2017, ໂຊກຕາກຳເຂົ້າຂ້າງກັບ ໝິງສຽນ ລາວໄດ້ຮັບຂໍ້ມູນຈາກແຫລ່ງຂ່າວວ່າ ມູກີ ກຳລັງລີ້ຊ່ອນຢູ່ເມືອງ ໜານອັນ ແຂວງຟູຈ້ຽນ ຊຶ່ງຫມາຍຄວາມວ່າ ໝິງສຽນ ຈະຕ້ອງເດີນທາງຫຼາຍພັນກິໂລແມັດອີກຄັ້ງ. ແຕ່ລາວບໍ່ສົນໃຈ ຫິ້ວກະເປົາໄປໃນທັນທີ

          ໝິງສຽນ ໄດ້ຮູ້ວ່າ ມູກີ ກຳລັງເຮັດວຽກຢູ່ໂຮງງານຜະລິດເຄື່ອງເຟີນີເຈີຢູ່ຊານເມືອງ ໜານອັນ. ເມື່ອໄປຮອດລາວໄດ້ເຊົ່າລົດ ແລະເລາະສືບຖາມຂໍ້ມູນຂອງ ມູກີ ລວມທັງໂຮງງານດັ່ງກ່າວ. ຫຼັງຈາກນັ້ນ, ໄດ້ໃຊ້ເວລາຫຼາຍມື້ເພື່ອເຝົ້າເບິ່ງທາງເຂົ້າ-ອອກໂຮງງານ



          ຈົນໃນທີ່ສຸດ ຕະຫຼອດເວລາ 17 ປີຂອງຄວາມພະຍາຍາມບໍ່ໄດ້ສູນເປົ່າ. ໝິງສຽນ ໄດ້ເຫັນໃບໜ້າຂອງ ມູກີ ອີກຄັ້ງໜຶ່ງ ແລະເຖິງແມ່ນວ່າ ມູກີ ເຖົ້າແກ່ແລ້ວ ແຕ່ແນ່ນອນລາວຈື່ໄດ້ຢ່າງແມ່ນຍຳ ແລະບໍ່ເຄີຍລືມຄົນທີ່ຂ້າພໍ່ຂອງລາວ ທຳລາຍທັງຄອບຄົວ ແລະຊີວິດຂອງລາວ

          ໝິງສຽນ ສືບຮູ້ວ່າ ຈາງ ມູກີ ໄດ້ປ່ຽນຊື່ເປັນ ເສົ້າຫລຽງ, ມີເມຍໃໝ່ແຕ່ງງານ ແລະມີລູກໜຶ່ງຄົນ ຫລັງຈາກເກັບກຳຂໍ້ມູນຫຼັກຖານທັງໝົດ ຊຶ່ງປະກອບມີເຄື່ອງນຸ່ງຂອງພໍ່ທີ່ມີຮອຍມີດແທງ. ລາວກໍ່ໄປຫາຕຳຫຼວດແຕ່ແທນທີ່ຈະມີການຊ່ວຍເຫຼືອ ກັບຖືກປະຕິເສດ ຍ້ອນວ່າບໍ່ມີຫຼັກຖານຢັ້ງຢືນຕົວຕົນຂອງທ້າວ ຈາງ ມູກີ, ເຊິ່ງເຈົ້າໜ້າທີ່ໄດ້ລົບບັນທຶກຂອງມູກີຕັ້ງແຕ່ປີ 2015 ພາຍຫຼັງຂາດການຕິດຕໍ່ກັບຄອບຄົວໄປນານກວ່າ 10 ປີ



          ໝິງສຽນ ບໍ່ຄິດທີ່ຈະຍອມແພ້ ລາວໄດ້ແລ່ນຕິດຕໍ່ໜ່ວຍງານທີ່ກ່ຽວຂ້ອງຫຼາຍແຫ່ງເພື່ອຮ້ອງທຸກ ພ້ອມກັບຂໍ້ມູນຫຼັກຖານທັງໝົດທີ່ລວບລວມມາເປັນເວລາ 17 ປີ, ຈົນໃນທີ່ສຸດເຈົ້າໜ້າທີ່ກໍ່ສາມາດອອກຄຳສັ່ງຈັບຕົວ ມູກີໄດ້ ແລະໃນວັນທີ 10 ຕຸລາ 2018 ສານໄດ້ພິຈາລະນາວ່າ ມູກີ ມີຄວາມຜິດຈິງ ແລະຖືກຕັດສິນຈຳຄຸກຕະຫຼອດຊີວິດ

          ແລະຕໍ່ມາ, ພາລະກິດຂອງໝິງສຽນໃນເວລາອາຍຸ 26 ປີໄດ້ສຳເລັດລົງໃນທີ່ສຸດ ຫລັງຈາກນີ້ລາວພ້ອມແລ້ວທີ່ຈະເລີ່ມຕົ້ນຊີວິດໃໝ່ ພ້ອມທັງເຊື່ອວ່າພໍ່ຈະໄດ້ຈາກໄປຢ່າງສະຫງົບ...

ຂໍ້ມູນ: odditycentral.com

0 Comments