![]() |
Google Admob |
ສະບາຍດີເພື່ອນໆທຸກຄົນ ວັນນີ້ຈະມາເວົ້າກ່ຽວກັບ Admob ທີ່ເຮົາເຄີຍອ່ານ ຫລືເຫັນວິດີໂອຫຼາຍໆຄລິບ ທີ່ວ່າເຮົາສາມາດເພີ່ມໂຄສະນາຂອງ Admob ລົງໃນບລ໊ອກຂອງເຮົາຜ່ານທາງ Script
ນັ້ນເປັນຄວາມຈິງທີ່ເຮົາສາມາດວາງໂຄສະນາເທິງບລ໊ອກດ້ວຍການຂຽນສະຄລິບ ແຕ່ທັ້ງໝົດເຫຼົ່ານັ້ນມັນຜິດກົດ ແລະມີຂໍ້ເສຍຢູ່
ເຮົາຈະມາເວົ້າກ່ຽວກັບສອງສິ່ງນີ້
1. ເຮົາສາມາດເພີ່ມໂຄສະນາ Admob ໃນ Blogger ໄດ້ບໍ?
ແມ່ນແລ້ວເຮົາສາມາດໃສ່ Ads Blogger ຂອງ Admob ໄດ້ ແຕ່ຜິດກົດທັງໝົດ ເຮົາສາມາດເພີ່ມ Ads Blogger ເທິງ Admob ໄດ້ໂດຍການຂຽນພາສາ HTML Script
![]() |
HTML Script |
ເຮົາສາມາດເພີ່ມໂຄສະນາໃນ Blogger ຂອງເຮົາໄດ້ໂດຍການເພີ່ມສະຄລິບ HTML ລົງໃນທິມຂອງບລ໊ອກເກີເລີຍ...
2. ໂຄສະນາຂອງ Admob ໃນ Blogger ຖືກ ຫລືຜິດກົດ?
ການໃສ່ໂຄສະນາ Ads Blogger ຂອງ Admob ຖືກວ່າຜິດກົດນະໂຍບາຍຂອງ Admob ເພາະລະບຸຢ່າງຊັດເຈນແລ້ວວ່າ Admob ມີໄວ້ສຳລັບແອັບພລິກເຄຊັນ Android ແລະ Adsense ມີໄວ້ສຳລັບເວັບໄຊ ແລະຍູທູບ
ເພິງວ່າເຮົາຈະສະແດງໂຄສະນາ Blogger ດ້ວຍ Script ແຕ່ຈະບໍ່ເປັນປະໂຫຍດຫຍັງຕໍ່ເຮົາ ແລະບັນຊີຂອງເຮົາຈະຖືກແບນ
ທັນທີທີ່ Google ພົບວ່າເຮົາລະເມີດນະໂຍບາຍ Google ຈະສົ່ງອີເມວນີ້ໄປຫາເຮົາທັນທີ
![]() |
ອີເມວ |
![]() |
ເນື້ອໃນຂອງອີເມວທີ່ Google ສົ່ງມາ |
0 Comments