ວັນທີ 4 ກັນຍາ ຜ່ານມານີ້, ສຳນັກຂ່າວຊິນຮົ່ວລາຍງານວ່າ ຈີນໄດ້ສຳເລັດການທົດລອງປ່ອຍຍານ "Long March-2F" ທີ່ບັນທຸກຍານອະວະກາດທີ່ສ້າງຂຶ້ນດ້ວຍເຕັກໂນໂລຢີລ້າສຸດ. ສາມາດນຳມາໃຊ້ໃໝ່ໄດ້ອີກຄັ້ງ ຢູ່ຖານປ່ອຍຍານຂອງສູນດາວທຽມ ຈິ່ວສວນ(Jiuquan) ໃກ້ກັບເຂດປົກຄອງຕົນເອງມົງໂກລີ
ຂ່າວລາຍງານວ່າ ຫລັງຈາກຖືກສົ່ງເຂົ້າໄປໃນວົງໂຄຈອນ ຍານອະວະກາດດັ່ງກ່າວຈະທົດລອງໃຊ້ເຕັກໂນໂລຢີທີ່ນຳມາໃຊ້ໃໝ່ໄດ້. ເຊິ່ງແມ່ນເຕັກໂນໂລຢີເພື່ອສະໜັບສະໜູນການພັດທະນາອະວະກາດໂດຍສັນຕິວິທີ ແລະຫຼັງຈາກນັ້ນກໍ່ໄດ້ກັບມາຈອດເທິງແຜ່ນດິນຈີນອີກຄັ້ງຕາມທີ່ໄດ້ກຳນົດໄວ້ ນີ້ແມ່ນຂີດໝາຍຄັ້ງທີ່ 14 ໃນພາລະກິດການຂື້ນສູ່ອະວະກາດ ຂອງ "Long March-2F".
ເວັບໄຊຂ່າວ“ South China Morning Post” ໄດ້ລາຍງານວ່າບັນດາພະນັກງານຢູ່ສູນດາວທຽມ ກັບສື່ທີ່ເຮັດຂ່າວບໍ່ອະນຸຍາດໃຫ້ບັນທຶກພາບຖ່າຍ ຫລືວິດີໂອໃນລະຫວ່າງການປ່ອຍຍານ ແລະບໍ່ມີການສົນທະນາ ຫລືສອບຖາມຂໍ້ມູນກ່ຽວກັບໂຄງການນີ້ທາງອອນລາຍ ຫລືສື່ມວນຊົນຕ່າງໆເລີຍ

ຂໍ້ມູນຈາກ: thairath.co.th
0 Comments