ເຕືອນໄພ!! ລູກຊາຍເຈັບຫູໄດ້ອາທິດກວ່າ ຄິດວ່າອັກເສບທຳມະດາ ພໍຮູ້ສຶກໂຕເລືອດໄຫລ່ອອກມາຈາກຫູແລ້ວ


 ສະບາຍດີແຟນເພຈທີ່ຮັກແພງ ມື້ນີ້ ແອັດມິນມີເລື່ອງເຕືອນໄພ ແກ່ບັນດາແມ່ໆ ອີກແລ້ວ, ໂດຍສະເພາະຜູ້ລູກນ້ອຍ ຍິ່ງຕ້ອງອ່ານບົດຄວາມນີ້, ເພາະມັນເປັນເລື່ອງໃກ້ຕົວແທ້ໆ ບໍ່ຢາກໃຫ້ເກີດກັບໃຜ ເພາະນອກຈາກລູກຈະເຈັບແລ້ວ ເມື່ອເຫັນລູກເຈັບແມ່ກໍເຈັບບໍ່ຕ່າງກັນ

ພາບປະກອບບົດຄວາມ

ເລື່ອງລາວທີ່ແອັດຈະນໍາມາເຕືອນເປັນຍອຸທາຫອນໃນມື້ນີ້ ເປັນເລື່ອງກ່ຽວກັບຫູ ໂດຍມີແມ່ຄົນໜຶ່ງທີ່ໃຊ້ເຟສບຸກຊື່ ພົດຈະມານ ສິມມະວົງ ໄດ້ໂພສພາບ ພ້ອມຂໍ້ຄວາມເຕືອນໄພໄວ້ວ່າ: ລູກຊາຍຂ້ອຍເຈັບຫູມາໄດ້ທິດປາຍ, ວັນສຸກມີເລືອດອອກຫຼາຍເຈັບປວດເລີຍໄປໂຮງໝໍ ໃຫ້ທ່ານໝໍກວດກະວ່າບໍ່ເປັນຫັຍງອັກເສບຊື່ໆ


ກັບມາຮອດບ້ານກໍ່ຍັງເຈັບນອນບໍ່ໄດ້ ປວດທໍລະມານ, ຫຼາຍມື້ຕໍ່ມາເຈັບປວດເລືອດອອກຫຼາຍກ່ອນເກົ່າ ຊ່ອງເບີ່ງເຫັນເປັນສີຂາວໆຄິດວ່ານໍ້າໜອງ ບາດເອົາໄມ້ຜັນຫູເຄ່ຍໆ ພັດຫົດເຂົ້າໃນເປັນຫົວໂພ່ເຂົ້າໂພ່ອອກຢູ່ ເລີຍເອົາແໜບຄີບອອກດຶງອອກມາເປັນສິ່ງທີ່ມີຊີວິດບໍ່ຮູ້ໂຕຫັຍງ ແຕ່ໃນທີ່ສຸດກໍ່ເອົາອອກໄດ້ລະເຊົາເຈັບແລ້ວອີ່ຕົນລູກເດ້


ມັນແມ່ນຫຍັງເຂົ້າໄປຢູ່ໃນຫູ

ແນວໃດກໍ່ຕາມ ສິ່ງມີຊິວິດທີ່ເຫັນໃນພາບແອັດເອງກໍ່ບໍ່ຮູ້ຄືກັນວ່າມັນແມ່ນຫຍັງ ວອນຜູ້ຮູ້ຊ່ວຍໄຂຄວາມກະຈ່າງແຈ້ງ ພ້ອມໃຫ້ຄໍາແນະນໍາແກ່ຜູ້ມີລູກນ້ອຍທັງຫຼາຍດ້ວຍ

loading...

0 Comments