ຜັກຕຳລຶງ(ຕຳລິງ) ຜັກພື້ນບ້ານສາລະພັດປະໂຫຍດ

 


ຜັກຕຳລືງເປັນພືດທ້ອງຖິ່ນ. ທີ່ມີຄຸນຄ່າທາງສານອາຫານສູງ ປະກອບມີ 10 ວິຕາມິນ, ແຮ່ທາດ, ແຄວຊ້ຽມ, ຟົດສະຟໍຣັດ ແລະວິຕາມິນອື່ນໆອີກຫຼາຍຊະນິດ. ຍອດຜັກຕຳລືງສາມານຳມາປຸງແຕ່ງອາຫານໄດ້ຫຼາກຫລາຍປະເພດເຊັ່ນ: ເຮັດແກງ, ລວກກັບຈຽວ, ໃສ່ແກງໜໍ່ ແລະອື່ນໆ; ນອກຈາກການມີຄຸນປະໂຫຍດ ແລະຄຸນຄ່າທາງສານອາຫານສູງແລ້ວ ໃນຕຳລືງຍັງພົບເຫັນກົດອະມິໂນຫລາຍຊະນິດ. ໝາກຂອງມັນພົບສານຄິວເດີ ບີຕາຊິນB (cucurbitacinB)

ຊັບພະຄຸນທາງຢາ:

1. ໃບ ແລະເຄືອມີລິດລົດລະດັບນໍ້າຕານໃນເລືອດໄດ້. ດ້ວຍມີການທົດລອງໃຊ້ນໍ້າຄັ້ນຈາກໃບ ແລະເຄືອສົດໆແລະປະສົມຂອງເຫຼົ້າໄດ້ພົບວ່າສາມາລົດນໍ້າຕານໃນເລືອດຂອງກະຕ່າຍ ທີ່ເປັນພະຍາດເບົາຫວານໄດ້
2. ກິນຜັກຕຳລືງສົດໆ ສາມາດຫຼຸດຜ່ອນອາການທ້ອງອືດໄດ້ດີ
3. ຜັກຕຳລືງມີເບຕາແຄດຣທິນ, ຊ່ວຍຫຼຸດຄວາມສ່ຽງໃນການເປັນມະເລັງ ແລະໂຣກຫົວໃຈວາຍ
4. 
ຕຳລືງມີສານໃຍອາຫານທີ່ຊ່ວຍໃນລະບົບຍ່ອຍອາຫານ ລະບົບການຂັບຖ່າຍ
5. ຜັກຕຳລືງປະກອບດ້ວຍທາດແຄວຊ້ຽມ. ຊ່ວຍຮັກສາກະດູກໄດ້ເປັນຢ່າງດີ
6. ນຳໃບຕຳລືງສົດຕຳໃຫ້ລະອຽດປະສົມກັບນໍ້າ. ແລ້ວນຳມາທາໃສ່ຜິວໜັງ. ຊ່ວຍຫຼຸດຜ່ອນອາການຄັນ ແລະອາການອັກເສບ
7. ຮັກສາແຜອັກເສບ. ນຳໃບສົດ ຫຼືຮາກ ມາພອກໃຊ້ບໍລິເວນບາດແຜໄດ້ຜົນດີ



ຜັກຕຳລືງມີຄຸນປະໂຫຍດຫຼາຍຢ່າງ ແລະມື້ນີ້ແອັດມີສູດນໍ້າຜັກຕຳລືງມາຝາກ ມາດື່ມນໍ້າຕຳລືງເພື່ອຮັກສາໂລກເບົາຫວານ ແລະເພື່ອສຸຂະພາບທີ່ດີ ໄປເບີ່ງສ່ວນປະສົມ ແລະວິທີການປະຕິບັດກັນເລີຍ...

ສ່ວນປະສົມ

  • ໃບຕຳລືງ 20 ກຼາມ
  • ນໍ້າເຊຶ່ອມ 30 ກຼາມ
  • ນໍ້າໝາກນາວ 10 ກຼາມ
  • ນໍ້າຕົ້ມສຸກ 200 ກຼາມ
  • ເກືອປົ່ນປະສົມໄອໂອດິນ 1 ກຼາມ
ວິທີປະຕິບັດ
ນຳໃບຕຳລືງມາລ້າງໃຫ້ສະອາດ ແລະນຳໄປປັ່ນ ໃສ້ນໍ້າຕົ້ມສຸກເຄີ່ງໜຶ່ງກ່ອນ ແລ້ວປັ່ນໃຫ້ລະອຽດນຳໄປຕອງ ແລະໃສ່ນໍ້າທີ່ເຫຼືອຄັ້ນເອົາແຕ່ນໍ້າທີ່ໄດ້ໄປໃສ່ເກືອ, ນໍ້າໝາກນາວ, ນໍ້າເຊື່ອມ ປຸງລົດຕາມໄຈມັກ

loading...

0 Comments