
ຫຼາຍຄົນທີ່ຄອງຄອຍການມາໃຫ້ບໍລິການຂອງໂຮງໝໍກະເສມຣາດ ທີ່ຫຸ້ນສ່ວນກັບໂຮງໝໍຊື່ດັງໃນປະເທດໄທ ຕອນນີ້ມີຄວາມຄືບໜ້າມາລາຍງານ, ທຸກໜ້າວຽກກຳລັງເດີນ ຄາດສຳເລັດທ້າຍປີນີ້ ແລະບໍ່ເກີນຕົ້ນປີ 2021 ໄດ້ໃຊ້ແນ່ນອນ ທີ່ສຳຄັນມີຊ່ຽວຊານຈາກຕ່າງປະເທດມາປະຈຳການ.
ໂຮງໝໍກະເສມຣາດ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນພຶດສະພາ ປີ 2018 ໂດຍແບ່ງອອກເປັນ 2 ໄລຍະການກໍ່ສ້າງ, ດ້ານງົບລົງທຶນ 60 ລ້ານໂດລາສະຫະລັດ ຫຼື ປະມານ 480 ຕື້ກີບ, ມີອາຄານທັງໝົດ 4 ຫຼັງ ມີ 38 ຫ້ອງກວດ, 254 ຕຽງນອນ.
ມາຮອດປັດຈຸບັນການກໍ່ສ້າງໂຮງໝໍດັ່ງກ່າວຄືບໜ້າປະມານ 50%, ດ້ານເຈົ້າຂອງໂຄງການຢືນຢັນທ້າຍປີ 2020 ນີ້ຈະໃຫ້ສຳເລັດ ແລະ ຄາດວ່າຈະເປີດໃຫ້ບໍລິການຕົ້ນປີ 2021.

ທ່ານ ນາງ ວາລີ ເວດສະພົງ ຜູ້ຮ່ວມລົງທຶນຝ່າຍລາວ ກ່າວວ່າ: ປັດຈຸບັນການກໍ່ສ້າງໂຮງໝໍກະເສມຣາດ ອິນເຕີເນຊັນນອລ (Kasemrad International Hospital Vientiane) ແມ່ນມີຄວາມຄືບໜ້າປະມານ 50% ເຊິ່ງມັນຈະຊ້າໃນຂັ້ນຕອນກໍ່ສ້າງຖານ ແລະ ລະບົບປັດຈຸບັນວຽກສ່ວນນີ້ແມ່ນສຳເລັດແລ້ວ ຄາດວ່າປີ 2020 ນີ້ແນວໃດກໍຈະໃຫ້ແລ້ວທັງໝົດ. ດ້ານຜູ້ຮັບເໝົາກໍເລັ່ງໜ້າວຽກຕ່າງໆໃຫ້ສຳເລັດຕາມແຜນ, ຄຽງຄູ່ກັບຄວບຄຸມຄຸນນະພາບມາດຕະຖານໄປພ້ອມກັນ.

ພາຍຫຼັງທີ່ການກໍ່ສ້າງສຳເລັດສົມບູນໃນທ້າຍປີ 2020 ພວກເຮົາຈະໃຊ້ເວລາປະມານ 3 ເດືອນ ໃນການທົດສອບລະບົບຕ່າງໆ ເຊັ່ນ: ລະບົບການບໍລິຫານຈັດການ, ພະນັກງານ, ລະບົບໄອທີ ລວມໄປເຖິງລະບົບທຸກຢ່າງໃນໂຮງໝໍແລ້ວຈຶ່ງເປີດໃຫ້ບໍລິການ ຄາດວ່າຈະເປັນໄຕມາດທຳອິດຂອງຕົ້ນປີ 2021.
ໂຮງໝໍກະເສມຣາດ ຕັ້ງຢູ່ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ເປັນໂຄງການຮ່ວມມືກັນລະຫວ່າງ ບໍລິສັດ ບາງກອກເຊັນ ຮັອດປີໂຕມະຫາຊົນ ຈໍາກັດ (ປະເທດໄທ) ແລະນັກທຸລະກິດຊາວລາວໂຮງໝໍດັ່ງກ່າວສ້າງຂຶ້ນເທິງພື້ນທີ່ 1,92 ເຮັກຕາ (ເສັ້ນທາງຕັດໃໝ່ດອນນົກຄຸ້ມ-ເສັ້ນທາງກໍາແພງເມືອງ).
ຈະສ້າງໃຫ້ມີຫ້ອງກວດຈໍານວນ 38 ຫ້ອງ ແລະ254 ຕຽງ ໃຊ້ທຶນຈົດທະບຽນ 120 ຕື້ກີບ ຫຼື ປະມານ 15 ລ້ານໂດລາ ມູນຄ່າການລົງທຶນປະມານ70 ລ້ານໂດລາ ການກໍ່ສ້າງໃນໄລຍະທຳອິດຄາດວ່າຈະໃຫ້ສໍາເລັດ ແລະເປີດບໍລິການໄດ້ ໃນປີ 2020 ຊຶ່ງຈະມີ 110 ຕຽງ ລວມທັງຫ້ອງມາດຕະຖານທົ່ວໄປ, ພິເສດ ແລະຫ້ອງມໍລະສຸມ.
ຂໍ້ມູນຂ່າວ: laoedu.org
0 Comments