ໃຜຢາກໄດ້ເປັນເຈົ້າຂອງ! ມີແຕ່ລົດຫລູໆ ປະມູນໄດ້ທີ່ກະຊວງການເງິນ

 


ທ່ານໃດທີ່ກຳລັງຫາຊື້ລົດໃຫຍ່ ເພື່ອຄວາມສະດວກໃນການໄປວຽກມາການລອງຮ່ວມປະມູນກັບກະຊວງການເງິນ ຕອນນີ້ເພິ່ນມີລົດ 15 ຄັນລ້ວນເປັນລົດຍີ່ປຫໍ້ດັງ ກຳລັງຈະປ່ອຍອອກໃຫ້ທ່ານໄດ້ເປັນເຈົ້າຂອງຢູ່.



ຫ້ອງການກະຊວງການເງິນ ແຈ້ງມາຍັງບັນດາທ່ານຜູ້ທີ່ມີຄວາມສົນໃຈເຂົ້າຮ່ວມການປະມູນລົດຂາຍ ປັດຈຸບັນກະຊວງການເງິນ ມີຈຸດປະສົງຈະສະສາງພາຫະນະເກົ່າ ງວດ 5 ແລະ ງວດ 6 ຈຳນວນ 15 ຄັນ ທີ່ເຈົ້າໜ້າທີ່ໄດ້ຢືດ (ສານຍັງບໍ່ທັນຕັດສິນ) ດ້ວຍຮູບການປະມູນຂາຍແບບເປີດກວ້າງ ຫາກທ່ານໃດມີຄວາມສົນໃຈຢາກເຂົ້າຮ່ວມປະມູນແຂ່ງຂັນລາຄາ ລາຍລະອຽດແມ່ນໃຫ້ຕິດຕໍ່ ແລະ ຊື້ຊອງປະມູນໄດ້ ທີ່ພະແນກ ຈັດຊື້ – ຈັດຈ້າງດ້ວຍທຶນຂອງລັດ,​ ກົມຄຸ້ມຄອງຊັບສິນຂອງລັດ,​ ກະຊວງການເງິນ.​


ເບິ່ງລົດຕົວຈິງໄດ້ທີ່ເດີ່ນຈອດລົດ ກະຊວງການເງິນ ຕາມວັນ ແລະ ເວລາທີ່ກຳນົດຄື
+ ວັນຈັນ-ວັນສຸກ ພາກເຊົ້າ: 8:30 ໂມງ – 11:30 ໂມງ.
+ ວັນຈັນ- ວັນສຸກ ພາກບ່າຍ: 13:30 ໂມງ- 16:00 ໂມງ.
ການຂາຍຊອງປະມູນແມ່ນເລີ່ມແຕ່ວັນທີ 14/09/2020 ຫາ 30/09/2020​ ຕາມວັນ ແລະ ເວລາລັດຖະການ.


ພ້ອມດຽວກັນ ຈະໄດ້ຈັດພິທີເປີດຊອງປະມູນໂດຍຊ່ອງໜ້າຄະນະກຳມະການ ແລະ ຜູ້ເຂົ້າຮ່ວມປະມູນ ໃນວັນທີ
1/10/2020 ເວລາ 9:00 ໂມງ, ທີ່ຫ້ອງປະຊຸມ ຊັ້ນ 4 ກະຊວງການເງິນ.



ຂໍ້ມູນຈາກ:laoedu.org
loading...

0 Comments