ສຸດສົງສານເດ! ສາວຄູເຮັດວຽກຍັງບໍ່ທັນໄດ້ເຂົ້າລັດ ໂຊກຮ້າຍເຫຼືອເກີນ ພົບເປັນພະຍາດມະເຮັງບໍ່ມີເງິນປິ່ນປົວ

ນັບວ່າເປັນຂ່າວທີ່ສ້າງຄວາມສະເທືອນໃຈເຫຼືອເກີນ ສໍາລັບອາການປ່ວຍຂອງສາວຄູອາສາ ຜູ້ເຮັດວຽກສອນນັກຮຽນມາເປັນເວລາ 5 ປີຍັງບໍ່ທັນໄດ້ລັດ ແຕ່ກັບໂຊກຮ້າຍກວດພົບພະຍາດມະເຮັງປາກມົດລູກ ວອນສັງຄົມຊ່ວຍເຫຼືອຄ່າປິ່ນປົວ.

ຜູ້ໃຊ້ເຟສບຸກຊື່ ເກີດສີ ໄດ້ໂພສພາບພ້ອມຂໍ້ຄວາມຂໍຄວາມຊ່ວຍເຫຼືອໃຫ້ແກ່ສາວຄູອາສາໄວ້ວ່າ: ຝາກກົດແຊຮໃຫ້ແນ່ເດີ…ນາງລໍາມອນ ບົວລະພາ ລາວເປັນຄູອາສາມາໄດ້ 5 ປີແລ້ວ ຕອນນີ້ລາວເປັນມະເລັງມົດລູກ ແລະ ໃຜທີ່ມີນໍ້າຈິດນໍ້າໃຈຢາກຊ່ວຍຄ່າຮັກສາ ຫຼືວ່າຄ່າຢາກໍສາມາດໂອນໃຫ້ຕາມເລກບັນຊີລາວເລີຍ.

ຕອນນີ້ຄູລໍາມອນປິ່ນປົວຢູ່ຢູ່ໂຮງໜໍເສດຖາ ນະຄອນຫຼວງວຽງຈັນ, ຫາກໃຜຂ້ອງໃຈ ຫຼື ຢາກຮູ້ຂໍ້ມູນເພີ່ມເຕີມ ສາມາດຕິດຕໍ່ຫາເບີນີ້ໄດ້ໂດຍກົງເລີຍ 020 9364 8878

ສາວນບ້ານເກີດເມືອງນອນຂອງຜູ້ກ່ຽວແມ່ນຢູ່ບ້ານທ່າສາລາຄໍາ ເມືອງທ່າປາງທອງ ແຂວງສະຫວັນນະເຂດ.

ແນວໃດກໍ່ຕາມ ແອັດຂໍເປັນສື່ກາງນໍາສະເໜີເລື່ອງນີ້ໃຫ້ໄປເຖິງຜູ້ໃຈບຸນທັງຫຼາຍຊ່ວຍຮັກສາຊີວິດແມ່ພິມຂອງຊາດຄົນນີ້ໄວ້ດ້ວຍ

ຂໍມູນ: laoedu.org

0 Comments