
ຊາວໂກລົມບີບໍ່ພໍໄຈເຈົ້າໜ້າທີ່ຕຳຫຼວດ ທີ່ໃຊ້ກຳລັງເກີນກວ່າເຫດ ເຮັດໃຫ້ຜູ້ລະເມີດມາດຕະການ COVID-19 ເສຍຊີວິດ. ໄດ້ກໍ່ໃຫ້ເກີດມີການປະທ້ວງ ແລະການກໍ່ຄວາມຮຸນແຮງໃນເມືອງ ໂບໂກຕ່າ. ຢ່າງໜ້ອຍມີ 10 ຄົນເສຍຊີວິດ, ຫຼາຍຮ້ອຍຄົນໄດ້ຮັບບາດເຈັບ

ນັກຂ່າວໄດ້ລາຍງານວ່າ: ມີການປະທ້ວງຮຸນແຮງ. ການກໍ່ຄວາມວຸ້ນວາຍຢູ່ເມືອງໂບໂກຕ່າ ນະຄອນຫຼວງຂອງໂຄລົມບີ ເພາະວ່າປະຊາຊົນຄຽດແຄ້ນ ແລະບໍ່ພໍໃຈກັບການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ຕຳຫຼວດ ວ່າໃຊ້ກຳລັງເກີນກວ່າເຫດໃນລະຫວ່າງການຈັບກຸມຊາຍອາຍຸ 46 ປີ ຜູ້ທີ່ລະເມີດມາດຕະການຮັກສາໄລຍະຫ່າງປ້ອງກັນ COVID-19 ໂດຍການນັ່ງດື່ມເຫຼົ້າກັບເພື່ອນ. ໂດຍຜູ້ຊາຍຄົນນີ້ຖືກຕຳຫຼວດຈັບກົດດັນລົງສູ່ພື້ນດິນ ແລະຖືກຍິງດ້ວຍປືນຊັອດໄຟຟ້າໃສ່ຊໍ້າອີກຫຼາຍຕໍ່ຫຼາຍຄັ້ງ. ເຊິ່ງລາວໄດ້ຮັບບາດເຈັບສາຫັດ ແລະເສຍຊີວິດຢູ່ໂຮງໝໍ.

ສຳນັກຂ່າວຕ່າງປະເທດລາຍງານ. ບັນດາຜູ້ແຫ່ຂະບວນປະທ້ວງໄດ້ຈູດລົດເມຢ່າງນ້ອຍ 8 ຄັນ ແລະບຸກໂຈມຕີ, ທຳລາຍສະຖານີຕຳຫຼວດ 56 ແຫ່ງ, ຕຳຫຼວດ 1.500 ຄົນ ແລະທະຫານ 300 ຄົນໄດ້ລະດົມກຳລັງເພື່ອຄວບຄຸມສະຖານະການ. ໂດຍຄວາມຮຸນແຮງທີ່ເກີດຂື້ນ ເຮັດໃຫ້ຜູ່ປະທ້ວງຫຼາຍຮ້ອຍຄົນໄດ້ຮັບບາດເຈັບ. ແລະຢ່າງນ້ອຍ 10 ຄົນໄດ້ເສຍຊີວິດໃນຂະນະທີ່ ຕຳຫຼວດຫລາຍກວ່າ 100 ຄົນໄດ້ຮັບບາດເຈັບ.
0 Comments