![]() |
ເວັບໄຊ ນິວສວິກ ເຜີຍພາບທີ່ໜ້າປະຫລາດໃຈ ຈາກເຟຊບຸກບໍລິການຈັບງູ Sunshine Coast Snake Catchers 24/7 ໃນຊັນໄຊ ໂຄສ ພາກໃຕ້ຂອງລັດຄິວ ອົດສະຕາລີ ເປີດເຜີຍໃຫ້ເຫັນງູທີ່ຫ້ອຍຕົວລົງມາຈາກຫລັງຄາເພື່ອຄາບເຫຍື່ອຂອງມັນ.

ໂດຍເຫຍື່ອຂອງງູເຫຼື້ອມນີ້ແມ່ນ ໂພສຊໍ່າ (possum) ເຊິ່ງເຫັນໄດ້ວ່າເຫຍື່ອມີຂະໜາດໃຫຍ່ ແລະນໍ້າໜັກຫຼາຍກວ່າມັນ. ແຕ່ງູໂຕນີ້ກໍ່ບໍ່ຍອມແພ້ ໄດ້ພະຍາຍາມຢ່າງເຕັມທີ່ ຈົນໃນທີ່ສຸດກໍ່ເກີນຄວາມສາມາດຂອງມັນໃນການທີ່ຈະຈັດການໄດ້

ຫຼັງຈາກພາບເຫດການນີ້ ໄດ້ຖືກເຜີຍແຜ່ລົງໃນໂຊຊ້ຽວ ຫຼາຍຄົນຕ່າງເຂົ້າໄປຄອມເມັ້ນ ທັງສົ່ງສານເຫຍື່ອ ແລະຕົກຕະລືງໃນຄວາມພະຍາຍາມຂອງງູໂຕນີ້ ທີ່ຢາກຈະກືນກິນເຫຍື່ອເຂົ້າໄປໂດຍບໍ່ເບີ່ງກຳລັງຂອງຕົວເອງ ຖ້າມັນກືນເຂົ້າໄປໄດ້ກໍ່ຄົງຕ້ອງທ້ອງແຕກຕາຍໄປເອງ

ຕາມການລາຍງານ ເຜີຍວ່າລັດນີ້ເປັນລັດທີ່ມີງູອາໄສເປັນຈຳນວນຫຼວງຫຼາຍກວ່າ 120 ຊະນິດ ໂດຍປະມານ 65% ເປັນງູມີພິດ ເຊິ່ງງູເຫຼື້ອມຊະນິດນີ້ອາໄສຢູ່ບໍລິເວນບ້ານເຮືອນທີ່ພັກອາໄສ ໂດຍສະເພາະພື້ນທີ່ຫຼັງຄາມີໜູ ແລະພອສຊໍ່າແລ່ນໄປ-ມາ
0 Comments