ສຳນັກຂ່າວບີບີຊີ ລາຍງານໃນວັນທີ 27 ກັນຍານີ້ ກ່ຽວກັບຄວາມວິຕົກກັງວົນຂອງປະຊາຊົນໃນເມືອງ ເລກ ແຈັກຊັ່ນ, ລັດເທັກຊັດ, ຜູ້ຄົນແຕກຕຶ່ນແຫ່ຊື້ນໍ້າດື່ມບັນຈຸຂວດແຮ່ໄວ້ຍາມຂາດແຄນ. ຫຼັງຈາກການລະບາດຂອງເຊື້ອພະຍາດ "ອະມີບາກິນສະຫມອງ" ກຳລັງລະບາດໜັກໃນສະຫະລັດອາເມຣິກກາ ພົບເຊຶ້ອປົນເປື້ອນໃນນໍ້າປະປາ ເກີດຂື້ນໃນລັດເທັກຊັດຂອງສະຫະລັດອາເມລິກາ ເຈົ້າໜ້າທີ່ທີ່ກ່ຽວຂ້ອງໄດ້ປະກາດໃຫ້ປະຊາຊົນຫລີກລ້ຽງການດື່ມ ແລະການຊົມໃຊ້ນໍ້າປະປາໂດຍເດັດຂາດ

ເຊື້ອ! " ອະມີບາກິນສະຫມອງ" ທີ່ປົນເປື້ອນນໍ້າປະປາ ແມ່ນກຳລັງແຜ່ຈະຈາຍອອກໄປສູ່ຫລາຍໆເມືອງໃກ້ຄຽງອື່ນໆ

ໃນຂະນະນີ້ ມີເດັກຊາຍອາຍຸ 6 ປີຄົນໜຶ່ງ ໄດ້ຕິດເຊື້ອ ແລະໄດ້ເສຍຊີວິດໄປແລ້ວ 1 ຄົນ ແລະອີກຫລາຍໆຄົນຖືກສົງໃສວ່າຕິດເຊື້ອອີກຫຼາຍຄົນ. ທາງສາທາລະນະສຸກສະຫະລັດ ກວດພົບເຊື້ອທີ່ເອີ້ນວ່າ "ອະມີບາ ນີເກີເຣຍ" ຫຼືເປັນທີ່ຮູ້ຈັກໃນວົງການການແພດໃນຊື່ "ອະມີບາກິນສະຫມອງ" ໃນລະບົບຜະລິດນໍ້າປະປາຂອງເມືອງ ເລກ ແຈັກຊັ່ນ

ດ້ວຍເຫດນີ້, ຈຶ່ງຕ້ອງຢຸດສະໜອງນໍ້າໃຫ້ກັບປະຊາຊົນຂອງເມືອງດັ່ງກ່າວ ຫຼາຍກວ່າ 30,000 ຄົນ ເພາະວ່າຊາວເມືອງພາກັນກັງວົນໃຈແລະແຫ່ຊື້ນໍ້າດຶ່ມຂວດເພື່ອເກັບມ້ຽນໄວ້ຊົມໃຊ້ແທນ ຕາມຮ້ານຄ້າ ແລະຫ້າງສັບພະສິນຄ້າ ຈົນສິນຄ້າເລີ່ມຂາດຕະຫຼາດ
ເຊື້ອ ອະມີບາກິນສະໝອງ
ຂະນະນີ້ ເຈົ້າໜ້າທີ່ສະຫະລັດ ກຳລັງເລັ່ງສືບສວນຢ່າງຮີບດ່ວນກ່ຽວກັບແຫຼ່ງທີ່ມາຂອງການປົນເປື້ອນຂອງເຊື້ອ ອະມີບາກິນສະໝອງໃນລະບົບນໍ້າປະປາ. ລວມທັງການເລັ່ງລັດເພື່ອຊອກຫາວິທີທີ່ຈະກຳຈັດເຊື້ອທີ່ປົນເປື້ອນທັງໝົດ ກ່ອນທີ່ຈະກັບມາເປີດບໍລິການລະບົບນໍ້າ ປະປາຕາມປົກກະຕິ
ເຊື້ອ ອະມີບາກິນສະໝອງ
ສູນຄວບຄຸມ ແລະປ້ອງກັນພະຍາດແຫ່ງຊາດຂອງສະຫະລັດອາເມລິກາ(ຊີດີຊີ) ກ່າວວ່າ ເຊຶ້ອອະມີບາທີ່ຖືກພົບເຫັນວ່າປົນເປື້ອນໃນລະບົບນໍ້າປະປາໃນລັດເທັກຊັສ ເປັນແຫຼ່ງຕົ້ນຕໍທີ່ກໍ່ໃຫ້ເກີດ "ໂລກເຫຍື່ອຫຸ້ມສະໝອງອັກເສບ" ໂດຍສູນດັ່ງກ່າວເຕືອນວ່າ ຜູ້ທີ່ບໍ່ສາມາດຫາຊື້ນໍ້າດື່ມບັນຈຸຂວດ ແລະຈຳເປັນຕ້ອງໃຊ້ນໍ້າປະປາຕໍ່ໄປນັ້ນ. ຕ້ອງເອົານໍ້າປະປາໄປ "ຕົ້ມ" ກ່ອນທີ່ຈະໃຊ້ແຕ່ລະຄັ້ງ



ຂໍ້ມູນ: BBC
0 Comments