ສຸດແປກປະຫຼາດ!! ຕົ້ນຖົ່ວເຫຼືອງງອກຢູ່ເທິງຫຼັງຂອງໜູ ໃນສະພາບອ່ອນເພຍ



ເຫດການທີ່ສຸດແປກນີ້ແມ່ນເກີດຂື້ນໃນເຂດ Ratlam ໃນ Madhya ປະເທດອິນເດຍ ໂດຍຂະນະທີ່ Datar Singh, ເຊິ່ງເປັນຊາວສ່ວນຖົ່ວເຫລືອງ. ກຳລັງກວດສວບຖົ່ວເຫຼືອງໃນສວນຂອງລາວ ແລະຊາຍໜຸ່ມຄົນນີ້ກໍ່ຕ້ອງປະຫລາດໃຈເມື່ອພົບໜູແປກປະຫລາດທີ່ມີຕົ້ນໝາກຖົ່ວງອກຢູ່ເທິງຫລັງ. 



ໂດຍຊາຍໜຸ່ມຄົນນັ້ນແລະເພື່ອນບ້ານຂອງລາວໄດ້ພະຍາຍາມເຂ່ຍໜູໂຕນີ້ໄປ-ມາ ເພື່ອກວດສອບເບິ່ງ ແລະພົບວ່າມັນມີສະພາບອ່ອນເພຍຫຼາຍ ແລະຄົງຈະບໍ່ມີຊີວິດຢູ່ໄດ້ດົນ ຫາກບໍ່ເອົາຕົ້ນຖົ່ວຢູ່ທາງຫຼັງອອກ. ສະນັ້ນ, ລາວຈຶ່ງຕັດສິນໄຈເອົາໜູໂຕດັ່ງກ່າວນີ້ກັບໄປເຮືອນເພື່ອດຶງເອົາຕົ້ນຖົ່ວຢູ່ເທິງຫຼັງອອກ



Datar Singh ບອກວ່າ ຈາກການທີ່ກວດກາເບິ່ງຫຼັງຂອງໜູ ລາວຄິດວ່າຖົ່ວເຫຼືອງອາດຈະຫຼົ່ນລົງມາໂດຍບັງເອີນ ຕົກໃສ່ບາດແຜເທິງຫລັງຂອງມັນ ແລະງອກອອກເປັນຕົ້ນຖົ່ວຢູ່ບ່ອນນັ້ນ



ດ້ານສາສະດາຈານ A. Siddiqui, ຫົວໜ້າ ພາກວິຊາຊີວະວິທະຍາຢູ່ມະຫາວິທະຍາໄລແຫ່ງໜຶ່ງ ເປີດເຜີຍວ່າມັນເປັນສິ່ງທີ່ໜ້າ ອັດສະຈັນ ໜູໂຊກດີຫຼາຍທີ່ບໍ່ຕາຍ ເຖິງແມ່ນວ່າຕົ້ນຖົ່ວຈະເຕີບໃຫຍ່ຢູ່ໃກ້ຄໍຂອງມັນ ແຕ່ສະໝອງຂອງຫນູກໍ່ບໍ່ໄດ້ຮັບຄວາມເສຍຫາຍ ແລະມັນເປັນໜ້າປະທັບໃຈແທ້ໆ ທີ່ໜູລອດຊີວິດມາໄດ້ດົນປານນີ້ 



ເຖິງແມ່ນວ່າຮາກຂອງຕົ້ນຖົ່ວຈະເຕີບໃຫຍ່ເທິງຮ່າງກາຍຂອງມັນ, ລາວຄິດວ່າໜູຈະມີຊີວິດຢູ່ໄດ້ດົນກວ່ານີ້ ຫາກບໍ່ມີຕົ້ນຖົ່ວງອກຢູ່ເທິງຫລັງຂອງມັນ

0 Comments