
ຊັບພະຄຸນທາງການຢາ
- ດອກມີຊັບພະຄຸນຊ່ວຍຊູກຳລັງ ແກ້ອາການອ່ອນເພຍ(ດອກ)
- ຊ່ວຍບຳລຸງຫົວໄຈ (ດອກ)
- ຊ່ວຍແກ້ອາການຕາຟາງ (ໃບ)
- ຊ່ວຍອາການຫິວນໍ້າ(ດອກ)
- ຊ່ວຍແກ້ອາການໄຂ(ດອກ)
- ຮາກໃຊ້ປະສົມກັບຮາກໝາກນາວ ແລະຮາກຢານາງ ນຳມາຕົ້ມເປັນນໍ້າດຶ່ມກິນ ຊ່ວຍຮັກສາອາການໄຂ້(ຮາກ)
- ດອກໃຊ້ເປັນຢາແກ້ຮ້ອນໃນ(ດອກ)
- ໃຊ້ແກ້ປວດທ້ອງ ອາການທ້ອງອືດ ທ້ອງເຟີ້ (ຕົ້ນ)
- ຮາກນຳມາໃຊ້ຕົ້ມເປັນນໍ້າດຶ່ມ ຊ່ວຍແກ້ໂລກກະເພາະອາຫານໄດ້ (ຮາກ)
- ຊ່ວຍແກ້ລິດສີດວງທະວານ(ໃບ)
- ໃບນຳມາໃຊ້ຕົ້ມອາບ ຊ່ວຍແກ້ຕົວບວມໄດ້(ໃບ)
- ຊ່ວຍແກ້ອາການບວມ (ຕົ້ນ)
- ຊ່ວຍດູດໜອງ (ຕົ້ນ)
- ສານສະກັດຈາກກິ່ງແລະໃບ ມີສານຊ່ວຍຍັບຢັ້ງການຈະເລີນເຕີບໂຕຂອງແບັກທີເລຍ Staphylococcus aureus ແລະ Bacillus subtilis ຊຶ່ງເປັນສາເຫດເຮັດໃຫ້ເກີດໜອງ (ໃບ)
- ຊ່ວຍແກ້ພິດນໍ້າເຫຼືອງ (ໃບ)
- ຊ່ວຍຖອນພິດ ແກ້ອັກເສບ(ໃບ)
- ໃບໃຊ້ໃນການຫ້າມເລືອດ ໂດຍນຳໃບມາຕຳ ຫລືຫຍໍ້າ ແລ້ວນຳມາພົກໃສ່ບໍລິເວນບາດເແຜ ກໍ່ຈະຊ່ວຍຫ້າມເລືອດໄດ້ເປັນຢ່າງດີ ເພາະມີສານສຳຄັນຫຼາຍຢ່າງທີ່ມີລິດເຮັດໃຫ້ເສັ້ນເລືອດຫົດຕົວ ແລະໄປຊ່ວຍກະຕຸ້ນສານທີ່ເຮັດໃຫ້ເລືອດແຂງຕົວໃຫ້ໄວຍິ່ງຂື້ນ ແຕ່ຈະມີອາການແສບໜ່ອຍໜຶ່ງ ແຕ່ເມື່ອບາດແຜດີແລ້ວຈະຊ່ວຍປ້ອງກັນແຜໄດ້ເປັນຢ່າງດີ(ໃບ)
- ໃຊ້ໃນການຮັກສາບາດແຜເພື່ອຊ່ວຍປ້ອງກັນຮອຍແປ້ວ (ໃບ)
- ຊ່ວຍຮັກສາໂລກຜິວໜັງ (ໃບ).
- ຕົ້ນຂອງມັນ ໃຊ້ເປັນຢາບັນເທົາບາດທະຍັກ (ຕົ້ນທັງໝົດ)
- ໃບ ມີສານທີ່ຊ່ວຍຢັບຢັ້ງການແຕກງອກ ແລະສະລໍການເຕີບໃຫຍ່ຂອງພືດຊະນິດອື່ນ (ໃບ).

ຄຸນປະໂຫຍດ
- ຊ່ວຍແກ້ຜົມງອກ ແລະເຮັດໃຫ້ຜົມດຳຂື້ນ ໂດຍການໃຊ້ໃບນຳມາຕຳແລ້ວໝັກຜົມເປັນປະຈຳ ບໍ່ດົນຈະເຮັດໃຫ້ຜົມຂອງເຮົາດຳຂຶ້ນ (ໃບ).
- ໃບ ສາມາດກຳຈັດປວກ, ໄລ່ແມງໄມ້ ແລະຂ້າແມງໄມ້ໄດ້ (ໃບ).
- ທັງຕົ້ນແລະໃບສາມາດນຳມາໃຊ້ເພື່ອບຳບັດນໍ້າເສຍໄດ້. ໂດຍການການເອົາທັງຕົ້ນ ແລະໃບໃສ່ລົງໄປແຊ່ໃນນໍ້າປະໄວ້ຈົນນໍ້າເນົ່າ, ພາຍຫຼັງ 2-3 າທິດ ນໍ້າກໍ່ຈະຄ່ອຍໆໄສຂຶ້ນເອງ (ຕົ້ນ,ໃບ)
- ຕົ້ນຂີ້ຫລໍ້ມີກິ່ນແຮງ. ນອກຈາກການນໍາໃຊ້ໃນປະລິມານຫຼາຍເປັນຢາຂ້າແມງໄມ້ ການໃຊ້ໃນປະລິມານໜ້ອຍ ກໍ່ສາມາດເຮັດເປັນນໍ້າຫອມໄດ້ (ທັງໝົດຕົ້ນ).
- ນອກນີ້ແລ້ວຍັງໃຊ້ເປັນການວັດແທກຂອງອຸນຫະພູມ ແລະຄວາມແຫ້ງແລ້ງຂອງອາກາດ. ຖ້າດິນຟ້າອາກາດບໍ່ແຫ້ງແລ້ງ ຕົ້ນຂີ້ຫລໍ້ກໍ່ຈະບໍ່ອອກດອກນັ້ນເອງ

0 Comments