ລູກຄ້າສຸດງົງ! ຊື້ຊີ້ນໝູຫວັງຊິຄົວເຮັດກິນແຊບໆ ແຕ່ປາດອອກມາເຫັນແລ້ວ...ເປັນແບບນີ້?

 ...ພົບຊີ້ນໝູເປັນຝີໜອງໃນຊີ້ນ ປາດອອກມາເຫັນແລ້ວບໍ່ຢາກຊີ້ນໝູໄປອີກດົນເລີຍ



ເຫດການດັ່ງກ່າວທີ່ແອັດກໍາລັງກ່າວເຖິງນີ້ແມ່ນເກີດຂຶ້ນທີ່ປະເທດໄທ ແຕ່ຍ້ອນເຫັນວ່າມັນເປັນເລື່ອງໃກ້ຕົວ ຄົນລາວເຮົາກໍ່ບໍລິໂພກຊີ້ນໝູບໍ່ໜ້ອຍ ຈຶ່ງຢາກຍົກເອົາເລື່ອງນີ້ມາເປັນອຸທາຫອນໃນການເລືອກຊື້ຊີ້ນແກ່ທຸກຄົນ


ເຫດການນີ້ແມ່ນມີຜູ້ບໍລິໂພກໄດ້ໂພສພາບຊີ້ນທີ່ຊື້ມາຈາກຫ້າງແຫ່ງໜຶ່ງໃນອໍ່າເພີແມ່ສອດ ຈັງຫວັດຕາກ ປະເທດໄທ ຫຼັງຈາກປາດຊີ້ນອອກມາກໍ່ພົບກ້ອນເນື້ອປະຫຼາດເປັນວົງສີຂາວຢູ່ກາງກ້ອນຊີ້ນ


ເຊິ່ງຫຼັງຈາກນັ້ນ ກໍ່ມີຜູ້ນໍາພາບດັ່ງກ່າວໄປສອບຖາມກັບ ຮສ ດຣ ເຈດສະດາ ເດັ່ນດວງບໍຣິພັນ ອາຈານປະຈໍາຄະນະວິທະຍາສາດ ຈຸລາລົງກອນມະຫາວິທະຍາໄລ ປາກົດວ່າເນື້ອໝູດັ່ງກ່າວເປັນຝີໜອງ ແນະນໍາໃຫ້ຖິ້ມຊີ້ນທັງໝົດ ຢ່າຕັດສະເພາະຝີໜອງອອກແລ້ວເອົາເນື້ອມາກິນຕໍ່ເດັດຂາດ
ຂໍ້ມູນ: laoedu.org

loading...

0 Comments