ສູນສະຖານີລົດໄຟນະຄອນຫຼວງວຽງຈັນ ຄາດວ່າຈະເຊື່ອມຕໍ່ກັບທາງລົດໄຟ ລົງສູ່ພາກໃຕ້


ຖືເປັນໃບໜ້າໃບຕາໃໝ່ຂອງນະຄອນຫຼວງວຽງຈັນ ກັບໂຄງການສ້າງສະຖານີລົດໄຟຄວາມໄວສູງທີ່ສາມາດຮອງຮັບຜູ້ໂດຍສານລະດັບ 2000 ກວ່າຄົນ ທັງມີຄວາມທັນສະໄໝຢ່າງບໍ່ເຄີຍມີມາກ່ອນໃນປະເທດເຮົາ

ສະຖານີນີ້ກໍ່ສ້າງໂດຍ ບໍລິສັດກໍ່ສ້າງທາງລົດໄຟລາວ-ຈີນ ຈຳກັດ (CRCG), ປະກອບມີ 4 ຊ່ອງທາງຂຶ້ນໂດຍມີເສັ້ນທາງລົດໄຟ 7 ເລນ ແລະ ສອງເລນເພື່ອໄວ້ ໃນນັ້ນຈະເວັ້ນພື້ນທີ່ໄວ້ອີກເພີ່ມເຕີມອີກ 3 ເສັ້ນທີ່ສະຫງວນໄວ້


ໂດຍມີພື້ນທີ່ກໍ່ສ້າງທັງໝົດ 14.543 ຕາແມັດ, ສະຖານີດັ່ງກ່າວສາມາດບັນຈຸຜູ້ໂດຍສານໄດ້ສູງສຸດ 2.500 ຄົນ, ອີງຕາມບໍລິສັດຮ່ວມມືທາງລົດໄຟລາວ – ຈີນ ຈຳກັດ (LCRC), ເຊິ່ງເປັນບໍລິສັດຮ່ວມທຸລະກິດທີ່ມີຄວາມຮັບຜິດຊອບໃນການກໍ່ສ້າງແລະ ດຳເນີນງານຂອງທາງລົດໄຟ.

ສະຖານີດັ່ງກ່າວໄດ້ຮັບການອອກແບບພາຍໃຕ້ແນວຄິດຂອງ “ເມືອງແຫ່ງເມືອງໄມ້ຈັນຫອມ” (ຄວາມໝາຍເດີມຂອງຄຳວ່າ ວຽງຈັນ), ມິດຕະພາບລະຫວ່າງລາວ – ຈີນ”, ປະສົມປະສານກັບຮີດຄອງປະເພນີວັດທະນະທຳ ແລະ ສະຖາປັດຕະຍະກຳ ການຈະລາຈອນທີ່ທັນສະໄໝ, ຂອງພາກພື້ນອິນໂດຈີນ, ສະຖານີລົດໄຟວຽງຈັນ ໄດ້ຖືກອອກແບບມາເພື່ອເປັນສະຖານທີ່ທີ່ເນັ້ນໃສ່ຄົນ, ສີຂຽວ ແລະ ເປັນມິດກັບສິ່ງແວດລ້ອມ.


ສະຖານີລົດໄຟດັ່ງກ່າວຈະເປັນເສັ້ນທາງເຊື່ອມຕໍ່ລະຫວ່າງລາວແລະປະເທດເພື່ອນບ້ານແລະເຄືອຂ່າຍທາງລົດໄຟສາກົນ, ທັງເປັນສະຖານີຂົນສົ່ງທີ່ໃຫຍ່ທີ່ສຸດຂອງທາງລົດໄຟລາວ – ຈີນ, ແລະຄາດວ່າຈະເຊື່ອມຕໍ່ກັບທາງລົດໄຟ ລົງສູ່ພາກໃຕ້ ທີ່ວາງແຜນໂດຍຝ່າຍລາວ.

ທາງລົດໄຟລາວ – ຈີນແມ່ນໂຄງການເຊື່ອມຈອດຍຸດທະສາດລະຫວ່າງໂຄງການ Belt and Road Initiative ທີ່ສະເໜີໂດຍຈີນແລະຍຸດທະສາດຂອງລາວເພື່ອຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລເປັນສູນກາງເຊື່ອມຕໍ່ທາງບົກ.


ສະຖານີລົດໄຟ ແຫ່ງນີ້ຈະໃຊ້ສຳລັບການຂົນສົ່ງສິນຄ້າ ແລະໂດຍສານໄປພ້ອມໆກັນ ໃນເນື້ອທີ່ 150 ເຮັກຕາ ແລະໄດ້ມີພິທີເປີດການກໍ່ສ້າງຢ່າງເປັນທາງການໃນຕອນເຊົ້າວັນທີ 3 ກໍລະກົດ 2020, ມີຊື່ວ່າ “ສະຖານີນະຄອນຫຼວງວຽງຈັນ”  ສະຖານທີ່ຕັ້ງຢູ່ບ້ານໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ

0 Comments