
ກົມອຸຕຸແຈ້ງເຕືອນມື້ນີ້ 17/09/2020 ເປັນການເພີ່ມເຕີມກ່ຽວກັບພາຍຸໝູນເຂດຮ້ອນ ໂນອຶນ (Noul) ຫົວທີ 11 ປະຈຳປີ 2020 ຊຶ່ງໃນເວລາ 7 ໂມງ 50 ນາທີ ຂອງວັນທີ 17 ກັນຍາ 2020 ມີຈຸດສູນກາງຢູ່ເສັ້ນຂະໜານທີ 14.4 ອົງສາເໜືອ ແລະ ເສັ້ນແວງທີ 114.0 ອົງສາຕາເວັນອອກ ພວມເຄື່ອນທີ່ມາທາງທິດຕາເວັນຕົກ- ຕາເວັນຕົກສ່ຽງເໜືອ ດ້ວຍຄວາມໄວ 15 ກິໂລແມັດຕໍ່ຊົ່ວໂມງ.

ຄາດຄະເນວ່າ ພາຍຸຫົວນີ້ຈະຂຶ້ນພາກກາງຂອງ ສສ ຫວຽດນາມໃນຕອນຄໍ່າຂອງວັນທີ 17 ກັນຍາ ແລະ ຈະສືບຕໍ່ເຄື່ອນທີ່ຜ່ານແຂວງພາກໃຕ້ ຂື້ນໄປພາກກາງ ແລະ ພາກເໜືອ ເຊັ່ນ: ອັດຕະປື, ເຊກອງ, ຈໍາປາສັກ, ສາລະວັນ, ສະຫວັນນະເຂດ, ຄຳມ່ວນ ແລະ ບໍລິຄໍາໄຊ, ແຂວງ ວຽງຈັນ, ໄຊສົມບູນ ນະຄອນຫຼວງວຽງຈັນ, ໄຊຍະບູລີ ແລະ ຫຼວງພະບາງ ໃນວັນທີ 18 ຫາ ຕອນເຊົ້າວັນທີ 19 ກັນຍານີ້.
ຈາກນັ້ນຈະອ່ອນກຳລັງລົງເປັນພາຍຸດີເປຼຊັນ, ຊຶ່ງຈະເຮັດໃຫ້ມີຝົນຕົກໜັກພ້ອມຈະມີລົມພັດແຮງຢູ່ບັນດາແຂວງພາກເໜືອ ລົງຫາ ພາກກາງ ແລະ ພາກໃຕ້ ໃນໄລຍະວັນທີ 18 ຫາ 20 ກັນຍາ 2020 ນີີ້.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງ ທຸກພາກສ່ວນທີ່ອາໃສຢູ່ບັນດາແຂວງ ພາກເໜືອ, ພາກກາງ ແລະ ພາກໃຕ້ ເຊັ່ນ: ຫົວພັນ, ຊຽງຂວາງ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ, ວຽງຈັນ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື.

ຂໍໃຫ້ພໍ່ແມ່ປະຊາຊົນຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້ຫັກ ແລະ ເສົາໄຟຟ້າລົ້ມ, ເຮືອນເປ່ເພ, ນໍ້າຖ້ວມຊຸ, ດິນເຈື່ອນ ແລະ ນໍ້າຖ້ວມອັ່ງ. ພ້ອມນີ້ກໍ່ໃຫ້ຕິດຕາມການແຈ້ງເຕືອນໄພຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ

ຂໍ້ມູນ: ກົມອຸຕຸນິຍົມ ແລະອຸທົກກະສາດ, laoedu.org
0 Comments