
ທີ່ແຂວງໄຊສົມບູນ ເມືອງອະນຸວົງ ມີລາຍງານຈາກປະຊາຊົນເຊົ້າມື້ນີ້ (21 ກັນຍາ 2020) ລະບຸວ່າ: ໄດ້ເກີດເຫດນ້ຳປ່າໄຫຼແຮງ ເຮັດໃຫ້ຈັກລົດດັບຄາແມ່ນ້ຳຈ້າ ຈຸດຂ້າມໄປຍັງເທດສະບານແຂວງຈິ່ງຈຳເປັນປະລົດໄວ້ແບບນັ້ນ

ສ່ວນຄົນຂັບລົດຄັນດັ່ງກ່າວເປັນແນວໃດແມ່ນບໍ່ມີລາຍງານ ແຕ່ຈັ່ງໃດກໍ່ຂໍໃຫ້ປອດໄພ, ຊັບສິນເປ່ເພເສຍຫາຍແລ້ວຍັງຫາໄດ້ ແຕ່ຊີວິດຕ້ອງຍັງຢູ່ ເພື່ອສິ່ງທີ່ມີຄ່າກວ່າ

ສ່ວນສະພາບອາກາດມື້ນີ້ ຕາມລາຍງານຈາກກົມອຸຕຸນິຍົມ ແລະອຸທົກກະສາດແຈ້ງວ່າ: ພະຍາກອນອາກາດປະຈຳວັນທີ 21/09/2020 ຮ່ອງຄວາມກົດດັນອາກາດຕໍ່າໄດ້ພັດຜ່ານຢູ່ພາກເໜືອດ້ານຕາເວັນຕົກ ລົງຫາພາກກາງຂອງປະເທດລາວດ້ວຍກຳລັງອ່ອນ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມ. ຊຶ່ງຍັງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນໃນແຕ່ລະພາກ ພ້ອມຈະມີລົມພັດແຮງເປັນບາງໂອກາດ
loading...
ອີກເທື່ອໜຶ່ງດ້ວຍຄວາມຫວັງດີ ຢາກໃຫ້ພໍ່ແມ່ປະຊາຊົນມີສະຕິລະມັດລະວັງຕົວຕໍ່ສະພາບອາກາດແປປ່ວນ ແລະບັນຫານ້ຳປ່າ ນ້ຳຫ້ວຍທີ່ອາດສົ່ງຜົນກະທົບເຖິງຊີວິດ ແລະຊັບສິນໄດ້ ເພາະໄພທຳມະຊາດເປັນສິ່ງທີ່ບໍ່ສາມາດຄາດເດົາໄດ້

loading...
0 Comments