ສາວໄວ 17 ປີ! ກາຍເປັນຍິງຂາຍາວທີ່ສຸດໃນໂລກ ຊັອກກວ່າເມື່ອຮູ້ຈັກຄອບຄົວນາງ



ເມື່ອວັນທີ່ 6 ເດືອນ ຕຸລາ ປີ 2020 ເດລີເມລ ລາຍງານເລື່ອງລາວຂອງ ນາງສາວ ມາຊີ ຄຣຸຣິນ ຄົນປະເທດອາເມລິກາ ທີ່ມີຄວາມສູງເຖີງ 208 ຊັງຕີແມັດ ອາຍຸໄດ້ພຽງ 17 ປີ ຈາກເມືອງ ຊີດາພາກ ລັດເທັກຊັສ ເຈົ້າຂອງຂາຍາວທີ່ສຸດໃນໂລກຂອງ Guinness World Records ທີ່ມີຄວາມຍາວຂອງຂາເບື້ອງຊ້າຍ 135 ຊັງຕີແມັດ ແລະ ຂາເບື້ອງຂວາຍາວ 134 ຊັງຕີແມັດ.


ເຊິ່ງຄວາມຍາວຂອງຂາສາວນ້ອຍຄົນນີ້ທໍາລາຍສະຖິຕິແຊັມເກົ່າປີ 2018 ຢ່າງ ເອຄາເທີຣິນ່າ ໄລຊິນ່າ ນາງແບບສາວລັດເຊຍ ອາດີດນັກບາສດາວລຸ້ງ ອາຍຸ 32 ປີ ທີມີຄວາມຍາວຂາເບື້ອງຊ້າຍ 132,8 ຊັງຕີແມັດ ແລະ ເບື້ອງຂວາ 132,2 ຊັງຕີແມັດ.

ມາຊີ ເກີດໃນຄອບຄົວທີ່ເປັນຄົນສູງໝົດທຸກຄົນ ໂດຍພໍ່ຂອງລາວມີຄວາມສູງ 195,5 ຊັງຕີແມັດ, ແມ່ສູງ 170 ຊັງຕີແມັດ ແລະນ້ອງຊາຍສູງ 190,5 ຊັງຕີແມັດ ໂດຍມາຊີເລີ່ມຮູ້ສຶກເຖີງຄວາມພິເສດຂອງຂາໂຕເອງວ່າມັນຍາວກວ່າຄົນອື່ນ ເມື່ອປີ 2018 ມີຄົນມາຖາມຕັດໂສ້ງຂະໜາດພິເສດໃຫ້ ເພາະບໍ່ມີໄຊ້ທີ່ລາວໃສ່ໄດ້ເລີຍ.


ພ້ອມກັນນັ້ນຍັງບອກວ່າການໃຊ້ຊີວິດປະຈຳວັນກໍ່ບໍ່ແມ່ນເລື່ອງງ່າຍ ມັນມີຂໍ້ເສຍຂອງການມີຂາຍາວ ເພາະຫົວຂອງເຈົ້າຈະຕຳກັບຂອບປະຕູໄດ້ຕະຫຼອດເວລາ ເຂົ້າອອກລົດກໍ່ລຳບາກ ແລະ ການຊອກຫາເສື້ອຜ້າໃສ່ກໍ່ຍາກເຊັ່ນກັນ ນອກຈາກນັ້ນຍັງຮຽກຮ້ອງໃຫ້ທຸກຄົນບໍ່ຄວາມປົກປິດຮູບລັກສະນະທີ່ແຕກຕ່າງເປັນເອກະລັກຂອງໂຕເອງ ຢ່າປົກປິດຈົ່ງຍອມຮັບມັນ
ຂໍມູນ: laoedu.org

0 Comments