
ຫວັງວ່າແຟນເພຈຂອງແອັດມິນຈະຮັບຮູ້ມາແລ້ວສໍາລັບຂ່າວການຫາຍຕົວໄປຂອງພໍ່ຕູ້ໄວ 95ປີ ທີ່ລູກຫຼານພາໄປທ່ຽວຢູ່ນໍ້າປຽນຢໍລະປາ ແລ້ວພັດຫຼົງກັນ ບາງຄົນບອກເຫັນພໍ່ຕູ້ລັດລົດ 2ແຖວອອກມາແລ້ວ ແຕ່ບໍ່ຮູ້ວ່າເພິ່ນໄປໃສຕໍ່ ຕອນນີ້ທາງຄອບຄົວ ແລະ ໜ່ວຍກູ້ໄພຕ່າງເລັ່ງຕາມຫາເພິ່ນ

ໃນວັນທີ 3 ຕຸລາ 2020 ໄດ້ມີຜູ້ໃຊ້ເຟສບຸກຊື່ Nick metallic dorkkhaiythong ອອກມາໂພສຕາມຫາພໍ່ຕູ້ຂອງຕົນໂດຍຂໍ້ຄວາມລະບຸວ່າ: ພໍ່ເຖົ້າຂອງພວກຂ້າພະເຈົ້າຊື່ ພໍ່ຕູ້ພວງ ອາຍຸ 95 ປີ ລູກຫລານພາໄປທ່ຽວນ້ຳປ່ຽນຢໍລະປາ ໄດ້ຫລົງຍ່າງໄປທາງໃດບໍ່ຮູ້, ບໍ່ເຫັນ ແຕ່ 2 ໂມງແລງຂອງວັນທີ 3/10/2020 ມາເຖີງດຽວນີ້ຍັງບໍ່ພົບເຫັນ, ຖ້າທ່ານໃດພົບເຫັນ ຂໍຄວາມກະລຸຕິດຕໍ່ຫາເບີຂອງຂ້າພະເຈົ້າດ້ວຍ 020 77745678

ເຊິ່ງມາຮອດຕອນນີ້ຍັງບໍ່ພົບຕົວພໍ່ຕູ້, ດ້ານໜ້ວຍກູ້ໄພ ແລະ ຍາດພີ່ນ້ອງກໍ່ເລັ່ງເຮັດວຽກຢ່າງໜັກທັງຕະລຸມບອນຄົ້ນຫາ ແລະ ເຮັດພິທີທາງສາສະໜາຕ່າງໆເພື່ອຄົ້ນຫາເພິ່ນ ແຕ່ມື້ນີ້ ວັນທີ 4ຕຸລາ 2020 ກໍ່ຍັງບໍ່ພົບເພິ່ນ ໄດ້ແຕ່ພາວະນາຂໍໃຫ້ປອດໄພ ແລະ ກັບມາຫາລູກຫຼານໂດຍໄວ

ຂະນະດຽວກັນ ຜູ້ໃຊ້ເຟສບຸກຊື່ Miw Master ເຊິ່ງຄາດວ່າອາດເປັນພີ່ນ້ອງໃກ້ຄຽງ ຫຼື ຄົນຮູ້ຈັກກັບເພິ່ນໄດ້ອອກມາໂພສຂໍ້ຄວາມເລົ່າວ່າ: ມີຄົນຢືນຢັນວ່າເຫັນພໍ່ຕູ້ນັ່ງລັດລົດຢູ່ແຖວປ່າກ້ວຍໃກ້ໆກັບແຫຼ່ງທ່ອງທ່ຽວຢໍລະປາປະມານ 3 ໂມງຂອງ 3/10/2020, ຖ້າໃຜຫາກພົບເຫັນກະລຸນາຕີດຕໍ່ 554700555 ຊິສົມມະນາຄຸນເປັນຢ່າງຍີ່ງ
ແນວໃດກໍ່ຕາມ ວອນຊາວເນັດທຸກຄົນເປັນກະບອກສຽງຊ່ວຍເຫຼືອ ພ້ອມເປັນຫູເປັນຕາຊ່ວຍກັນ ຫາກພົບເບາະແສ ຫຼື ມີຂໍ້ມູນກ່ຽວຂ້ອງກັບພໍ່ຕູ້ ໃຫ້ແຈ້ງ 2 ເບີນີ້ໂດຍໄວ 020 7774 5678; 020 5470 0555.
ຂໍ້ມູນ: Lao Education and IT News
ສູນລວມແຫລ່ງຄວາມຮູ້
loading...
0 Comments