ອຸທາຫອນ! ໜຸ່ມກິນເຂົ້າອີ່ມໃໝ່ໆ ຟ້າວຍ່າງຂຶ້ນຂັ້ນໄດ ສຸດທ້າຍໄປຕໍ່ບໍ່ໄດ້ ດັບກັບໝ່ອງ

ເກີດເລື່ອງເສົ້າອີກແລ້ວ ໜຸ່ມໄວກາງຄົນ ກິນເຂົ້າແລ້ວແຄ້ນ ຫຼັງກິນອີ່ມໃໝ່ໆ ແລ້ວຂຶ້ນຂັ້ນໄດ ຢູ່ຊື່ໆ ຟຸບໝົດສະຕິ ຄາດອາຫານຕິດຄໍ ຈົນແໜ້ນເອິກ ຫາຍໃຈບໍ່ອອກ ຈົນເສຍຊີວິດ.

ແຕ່ແອັດຢາກຍົກຂຶ້ນມາເປັນອຸທາຫອນ ເຕືອນສະຕິໃຫ້ທຸກຄົນລະມັດລະວັງໃຫ້ຫຼາຍຂຶ້ນໃນການຮັບປະທານອາຫານ ພ້ອມແນະນນໍາວິທີເອົາໂຕລອດຈາກອາການອາຫານ ຫຼື ສິ່ງແປກປອມຄາຄໍ.

ເຈົ້າໜ້າທີ່ກູ່ໄພທໍາມະລັດສະໝີມະນີລັດ ເລັ່ງປໍ້າຫົວໃຈ ຊ່ວຍເຫຼືອທ້າວ ຣຸ່ງໂຣດ ອາຍຸ 33ປີ ຫຼັງເປັນລົມ ລົ້ມລົງໝົດສະຕິເທິງຂົວຂ້າມທາງຂ້າມແຍກຫ້າງສັບພະສິນຄ້າແຫ່ງໜຶ່ງປະເທດໄທ, ເຊິ່ງລະຫວ່າງທີ່ປໍ້າຫົວໃຈຢູ່ນັ້ນ ກໍ່ມີເສດອາຫານຟົ້ງອອກມາຈາກລໍາຄໍ ຄາດວ່າໜ້າຈະເປັນສາເຫດເຮັດໃຫ້ຫາຍໃຈບໍ່ອອກ.

ດ້ານພີ່ນ້ອງທີ່ມານໍາກັນໃຫ້ຂໍ້ມູນວ່າ ຫຼັງຈາກທີ່ຜູ້ເສຍຊີວິດຮັບປະທານອາຫານແລ້ວ ກໍ່ຍ່າງຂື້ນຂົວຂ້າມທາງໄປອີກຝັ່ງໜຶ່ງທັນທີ ຄາດວ່າອາດເມື່ອຍ ແໜ້ນໜ້າເອິກ ເຊິ່ງມີຜູ້ທີ່ເຫັນເຫດການບອກວ່າ ຢູ່ຊື່ໆກໍ່ລົ້ມຟຸບລົງໄປ.

ຂະນະດຽວກັນ ມີຄໍາແນະນໍາຈາກທ່ານໝໍ ດ້ານມາດຕະຖານ ແລະ ຄຸນນະພາບ ສະຖາບັນແພດສຸກເສີນແຫ່ງຊາດວ່າ: ຫາກເຮົາຢູ່ຄົນດຽວ ແລະ ເກີດອາການສະມັກອາຫານ ສິ່ງທໍາອິດທີ່ຕ້ອງເຮັດແມ່ນຕັ້ງສະຕິ ຢ່າຕົກໃຈ ໃຫ້ລຸກຂຶ້ນ ແລະ ໂນ້ມຕົວໄປຂ້າງໜ້າ ລອງຫາຍໃຈເຂົ້າ ພະຍາຍາມສົ່ງສັນຍານຂໍຄວາມຊ່ວຍເຫຼືອ ແຕ່ສິ່ວທີ່ບໍ່ຄວນເຮັດຄືການທັບໜ້າເອິກ ເພາະບໍ່ໄດ້ຊ່ວຍໃຫ້ອາຫານຫຼຸດອອກມາ.

ສໍາລັບຜູ້ທີ່ເຂົ້າໄປຊ່ວຍເຫຼືອ ຕ້ອງສັງເກດອາການຂອງຜູ້ທີ່ສະມັກອາຫານຢູ່ ຫາກຍັງເວົ້າ ໄອ ຫຼື ຫາຍໃຈໄດ້ ສະແດງວ່າຍັງບໍ່ຮຸນແຮງ ໃຫ້ກົດທີ່ລີ້ນປີ່ຂອງຜູ້ປ່ວຍທີ່ຍັງຮູ້ສະຕິໃນທ່າຢືນ ຫຼື ນັ່ງ ກັບເດັກໄວກາງ ແລະ ຜູ້ໃຫຍ່ ແຕ່ຫາກຜູ້ປ່ວຍບໍ່ສາມາດເວົ້າ ອອກສຽງ ໄອ ຫຼື ຫາຍໃຈຕິດຂັດ ຫຼື ຫາຍໃຈບໍ່ໄດ້ ສະແດງວ່າອາການຮຸນແຮງ ໃຫ້ນໍາຜູ້ປ່ວຍມານອນຫງາຍເທິງພື້ນຮາບພຽງ.

ຕ່ຫາກຜູ່້ປ່ວຍໂຕໃຫຍ່ກວ່າຜູ້ທີ່ເຂົ້າໄປຊ່ວຍເຫຼືອ ຕ້ອງໃຫ້ຜູ້ປ່ວຍນັ່ງຄຸກເຂົ່າ ຈາກນັ້ນ ຈຶ່ງໂອບລໍາຕົວ ໃຊ້ກໍາປັ້ນ ແລະ ໃຊ້ມືເບື້ອງທີ່ຖະໜັດ ກັດທີ່ລິ້ນປີ່ຍູ້ຂື້ນ 3ຄັ້ງ ແຕ່ຫາກເປັນເດັກນ້ອຍຕໍ່າກວ່າ ຈປີ ໃຫ້ໃຊ້ນິ້ວຊີ້ ແລະ ນິ້ວໂປ້ທໍາທ່າຄືກັບເກັກຫຼໍ່ ຈັບທີ່ຄາງກ່ອນໃຊ້ສົ້ນມືກົດ ແລະ ດັນຂຶ້ນຈຸດເຄີງກາງສະບັກ.

0 Comments