
ໃນຊ່ວງນີ້ ກົມອຸຕຸ ໄດ້ມີແຈ້ງການອອກມາເຕືອນກ່ຽວກັບສະພາບອາກາດຂອງປະເທດເຮົາຢູ່ຕະຫຼອດ, ດັ່ງນັ້ນ ທຸກຄົນຕ້ອງຕິດຕາມ ແລະ ມີສະຕິລະວັງໃນການໃຊ້ຊີວິດ ເພື່ອບໍ່ໃຫ້ຕົນເອງໄດ່ຮັບຜົນກະທົບຈາກໄພທໍາມະຊາດທີ່ຈະເກີດຂຶ້ນໄດ້.
ແຕ່ເມື່ອເວົ້າເລື່ອງໄພທໍາມະຊາດ ມັນກໍ່ບໍ່ຕ່າງຈາກອຸບັດເຫດເພາະພວກເຮົາບໍ່ສາມາດຄາດເດົາໄດ້ວ່າ ເຫດຈະເກີດຂຶ້ນເມື່ອໃດ ຫຼື ອັນຕະລາຍຫຼາຍໜ້ອຍພຽງໃດ, ດັ່ງ 2 ຜົວເມຍໂຊກຮ້າຍນີ້ ທີ່ຂີ່ລົດກຽມກັບບ້ານ ແຕ່ໂຊກຮ້າຍຖືກດິນຖະລົ່ມທັບກາງທາງເສຍຊີວິດຄາທີ່.

ແຫຼ່ງຂ່າວລາຍງານວ່າ: ຂ່າວຮ້າຍ 11/10/2020 ເກີດເຫດດິນຖະຫຼົ່ມທັບປະຊາຊົນເສຍຊີວິດຍາມກາງຄືນທີ່ສາລະວັນ ໂດຍລາຍງານຈາກປະຊາຊົນວ່າ ມີສອງຜົວເມຍຂີ່ລົດຈັກກັບບ້ານກາງຄືນ ມີຝົນຕົກໜັກ ແລະ ຮອດຈຸດເກີດເຫດໄດ້ມີດິນຖະຫຼົ່ມລົງມາທັບເອົາຮ່າງສອງຄົນ ຈົນເສຍຊີວິດຄາທີ່.

ເຫດການດັ່ງກ່າວເກີດຢູ່ທີ່ ເມືອງສະໝ້ວຍ ແຂວງ ສາລະວັນ, ທັງນີ້ ຕາມລາຍງານວ່າຄູ່ຜົວເມຍແມ່ນເປັນພໍ່ແມ່ຂອງ ອາຈານ ທີ່ສອນຢູ່ ມສ ສະໝ້ວຍ ຊື່ ໂຄນ ສາຍຕັງໂກ. ແນວໃດກໍ່ຕາມທີມຂ່າວຂອງພວກເຮົາຂໍສະແດງຄວາມເສຍໃຈຕໍ່ຄອບຄົວຂອງອາຈານດ້ວຍ.
0 Comments