ເຈົ້າໜ້າທີ່ສະກັດຈັບເປົ້າໝາຍຢາເສບຕິດລາຍໃຫຍ່ ໄດ້ຢາໄອສ໌ ແລະ ເຮໂຣອິນ ລວມນໍ້າໜັກ 1.756 ກິໂລ

ພາບປະກອບຂ່າວ

ໃນວັນທີ 2 ພະຈິກ ຜ່ານມາ, ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊສະກັດຈັບເປົ້າໝາຍຢາເສບຕິດລາຍໃຫຍ່ ໂດຍນຳໃຊ້ລົດກະບະ ຈຳນວນ 3 ຄັນ ຂົນຢາເສບຕິດຈຳນວນຫຼາຍຈາກແຂວງບໍ່ແກ້ວ ມຸ້ງໜ້າມາຕາມເສັ້ນທາງເມືອງແບງ, ສາມາດຈັບເປົ້າໝາຍໄດ້ 3 ຄົນພ້ອມຂອງກາງເຮໂຣອິນ 400 ແທ່ງ ໜັກ 152 ກິໂລກຼາມ ແລະ ຢາໄອສ໌ 1.604 ກິໂລກຼາມ, ປືນສັ້ນ 1 ກະບອກ ພ້ອມລູກປືນ 27 ລູກ.

ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ເປີດເຜີຍວ່າ: ພາຍຫຼັງທີ່ໄດ້ລາຍງານ ຈະການລັກລອບຂົນຢາເສບຕິດຈຳນວນຫຼາຍ ມາແຕ່ແຂວງບໍ່ແກ້ວ ໂດຍນໍາໃຊ້ເສັ້ນທາງຜ່ານແຂວງອຸດົມໄຊ,ຈຶ່ງໄດ້ປະສານສົມທົບກັບ ປກສ ເມືອງປາກແບງ ອອກຈຸດກວດກາຢູ່ເສັ້ນທາງກິໂລແມັດ 139 ຈຸດທາງແຍກຂຶ້ນໄປທາງເມືອງຜາອຸດົມ ແຂວງບໍ່ແກ້ວ, ພໍຮອດເວ ລາປະມານ 22:30 ໂມງ ຂອງວັນທີ 2 ພະຈິກ ໄດ້ພົບເຫັນລົດເປົ້າໝາຍ ຈໍານວນ 3 ຄັນ ໄດ້ແລ່ນມາຮອດແຍກດັ່ງກ່າວ, ເມື່ອໄດ້ພົບເຫັນເຈົ້່າໜ້າທີ່ ລົດເປົ້າໝາຍກໍລ້ຽວກັບຄືນ.

ຈາກນັ້ນ, ເຈົ້າໜ້າທີ່ ປະຈໍາຈຸດດັ່ງກ່າວ ໄດ້ແຈ້ງໃຫ້ ປກສ ກຸ່ມບ້ານແຕງວາງ ອອກລັດສະກັດ ດ້ວຍການເອົາທ່ອນໄມ້ມາຂວາງທາງລົດ ມາຮອດເວລາປະມານ 23:00 ໂມງ ຂອງວັນດຽວກັນ ລົດເປົ້າໝາຍແລ່ນຮອດຈຸດບ້ານແຕງວາງ ຖືກເຈົ້າໜ້າທີ່ລັດ ແຕ່ບໍ່ຍອມຈອດ ແລ່ນຜ່າດ່ານຂອງເຈົ້າ ໜ້າທີ່ ໄດ້ຕໍາເອົາໄມ້ທີ່ຂວາງທາງໄວ້ ເຮັດໃຫ້ລົດເປົ້າໝາຍ 2 ຄັນ ເສຍຫຼັກລົງຮ່ອງຂ້າງທາງ ແລະ ອີກ 1 ຄັນ ສົກອັບໜ້າຫັກ ບໍ່ສາມາດໄປຕໍ່ໄດ້, ເປົ້າໝາຍທັງໝົດລົງຈາກລົດ ແລ່ນໜີເຂົ້າປ່າ.ຈາກນັ້ນ, ເຈົ້າໜ້າທີ່ໄດ້ໄລ່ຕິດຕາມ ສາມາດຈັບຕົວ ໄດ້ 3 ຄົນ ຄື: ທ້າວ ເອຍວ່າ ອາຍຸ 24 ປີ ບ້ານຫ້ວຍເງິນ ເມືອງຄອບ ແຂວງໄຊຍະບູລີ, ທ້າວ ຝົງວ່າ ອາຍຸ 35 ປີ ບ້ານຫ້ວຍສາລາ ເມືອງຫ້ວຍຊາຍ ແຂວງ ບໍ່ແກ້ວ ແລະ ທ້າວ ໄກຢາງ ອາຍຸ 29 ປີ ບ້ານຜາສັງ ເມືອງເຟືອງ ແຂວງວຽງຈັນ, ອີກຈໍານວນໜຶ່ງເອົາຕົວຫຼົບໜີ

ຜ່ານການກວດຄົ້ນລົດ ທັງ 3 ຄັນ ຄື: ລົດຄັນທີ 1. ລົດກະບະວິໂກ້ແຊັມ ສີປອນທອງ ໝາຍເລກທະບຽນ ກກ 0579 ໄຊຍະບູລີ ມີຂອງກາງ ເຮໂຣອິນ ຈໍານວນ 4 ເປົາ ມີ 400 ແທ່ງ ນໍ້າໜັກ 152 ກິໂລກຼາມ ແລະ ຢາໄອສ໌ 10 ເປົາ ມີ 400 ຫໍ່ ນໍ້າ ໜັກ 400 ກິໂລກຼາມ; ລົດຄັນທີ 2. ລົດກະບະ ວິໂກ້ແຊັມ ສີຂາວ ໝາຍເລກທະບຽນ 0091, ມີຢາໄອສ໌ 15 ເປົາ ມີ 592 ຫໍ່ ນໍ້າໜັກ 592 ກິໂລກຼາມ, ປືນສັ້ນ 1 ກະບອກ ພ້ອມລູກ ປືນ 27 ລູກ ແລະ ລົດຄັນທີ 3. ລົດກະບະຣິໂວ້ ສີປອນທອງ ໝາຍເລກທະບຽນ ກຂ 8031 ກໍາແພງນະຄອນ ມີຢາໄອສ໌ 16 ເປົາ ມີ 612 ຫໍ່ ນໍ້າໜັກ 612 ກິໂລກຼາມ

ໃນການມ້າງຄະດີຢາເສບຕິດຄັ້ງນີ້, ສາມາດຢືດຂອງກາງໄດ້ທັງໝົດ ຢາໄອສ໌ 41 ເປົາ ມີ 1.604 ຫໍ່ ນໍ້າໜັກ 1.604 ກິ ໂລກຼາມ, ເຮໂຣອິນ 4 ເປົາ ມີ 400 ແທ່ງ ໜັກ 152 ກິໂລກຼາມ, ລົດກະບະ 3 ຄັນ, ລົດຈັກ 1 ຄັນ, ປືນສັ້ນ 1 ກະບອກ ແລະ ໂທລະສັບ 3 ເຄື່ອງ

0 Comments