
ເປີດເຄື່ອງເຊື່ອມຕໍ່ເນັດບໍ່ໄດ້ ເຊື່ອມຕໍ່ແລ້ວແຕ່ສັນຍານບໍ່ຂຶ້ນ ແກ້ໄຂໄດ້ຈາກວິທີເບື້ອງຕົ້ນດັ່ງນີ້:
1. ເຊື່ອມໄວຟາຍແລ້ວເປີດເນັດບໍ່ໄດ້ ໂຫລດໜ້າເວັບບໍ່ຂື້ນ ເຊັກທີ່ກ໋ອງວ່າມີໄຟສີຂຽວຂື້ນຮູບສັນຍານປົກກະຕິ ແລະກວດເຊັກສັນຍານອິນເຕີເນັດເບີ່ງແພັກເກັດເນັດຍັງຫລືບໍ? ຖ້າສັນຍານຍັງບໍ່ຂື້ນໃຫ້ເປີດບຣາວເຊີ ພິມຊື່ໄອພີ 192.168.0.1 ເລືອກພາສາໄທ ທີ່ດ້ານເທິງຂວາມື ພິມລະຫັດຜ່ານ “admin” (ຫລືລະຫັດທີ່ຕັ້ງໃໝ່) ກົດເຂົ້າສູ່ລະບົບ ກວດເຊັກເປີດປິດການໃຊ້ງານໄປທີ່ເມນູ “ອິນເຕີເນັດ” ການໃຊ້ງານຜ່ານມືຖື ໃຫ້ເລືອກ “ເປີດການໃຊ້ງານ” ເຊັກອີກຄັ້ງຫາກຍັງເຂົ້າໃຊ້ເນັດບໍ່ໄດ້ ໃຫ້ຣີເຊັດເຄື່ອງກົດ WPS ຄົ້ນຫາສັນຍານໃໝ່
2. ເຊື່ອມຕໍ່ສັນຍານໄວຟາຍບໍ່ໄດ້ ສັງເກດໄຟສີແດງທີ່ຮູບເສົາສັນຍານ – ເຂົ້າໄປທີ່ໜ້າຕັ້ງຄ່າເລືອກເມນູອິນເຕີເນັດ ເລືອກເຄື່ອຂ່າຍທີ່ເລືອກໄດ້ “ອັດຕະໂນມັດ” ໄຟສີແດງຮູບແບັດເຕີຣີແນະນຳໃຫ້ສາກໄຟກ່ອນກ່ອນເລີ່ມໃຊ້ງານອີກຄັ້ງ ເພາະເຮັດໃຫ້ການສົ່ງສັນຍານເຊື່ອມຕໍ່ບໍ່ສະຖຽນ
3. ໜ້າຈໍໄຟສີຂຽວ ແຕ່ໄວຟາຍຍັງບໍ່ໄດ້ - ແນະນຳໃຫ້ເປີດ/ປິດ ອຸປະກອນ Pocket Wi-Fi ອີກຄັ້ງ ຫາກຍັງເຊື່ອມຕໍ່ບໍ່ໄດ້ ເຂົ້າໄປທີ່ໜ້າຕັ້ງຄ່າ 192.168.0.1 ລ໊ອກອິນເລືອກເມນູ “ອິນເຕີເນັດ” ເມນູ ເຄື່ອຂ່າຍທີ່ເລຶອກໄດ້ໃຫ້ປ່ຽນເປັນ “ອັດຕະໂນມັດ”- ຫາກແກ້ໄຂແລ້ວຍັງບໍ່ພົບສັນຍານ ໄປທີ່ເມນູ ອິນເຕີເນັດ ເລືອກ ເຄື່ອຂ່າຍທີ່ຈັດການເອງເລືອກ “ອັດຕະໂນມັດ”
4. ຄົ້ນຫາສັນຍານໄວຟາຍບໍ່ພົບ ໄປທີ່ໜ້າຕັ້ງຄ່າບຣາວເຊີ ເລືອກເມນູ “ເຄື່ອຂ່າຍໄວຟາຍ” ໄປທີ່“ຕັ້ງຄ່າຄວາມປອດໄພໄວຟາຍ” ດ້ານຊ້າຍມື ໄວຟາຍທີ່ໃຊ້ງານໄດ້ ໃຫ້ປ່ຽນເປັນ “ມອງເຫັນໄດ້” ພຽງເທົ່ານີ້ກໍ່ຫຼິ້ນເນັດຕໍ່ແພັກເກັດໄວຟາຍໄດ້ງ່າຍໆ ຫລືຕັ້ງຄ່າໄດ້ດ້ວຍຕົວເອງ...
0 Comments