ໜຸ່ມສຸດເຈົ້າຊູ້!! ຊາວໄນຈີເລຍຄວງເມຍ 6 ຄົນກໍາລັງຖືພາໄປຮ່ວມງານແຕ່ງ

ໜຸ່ມເພບອຍສຸດເຈົ້າຊູ້ ຊາວໄນຈີເລຍຍາດຊີນເຈົ້າບ່າວ ຄວງແຂນແຟນສາວກໍາລັງຕັ້ງຄັນທັງໝົດ 06 ຄົນ ໄປຮ່ວມງານແຕ່ງພ້ອມກັນ ແລະ ຍັງບອກວ່າເຂົາເປັນພໍ່ຂອງເດັກທຸກຄົນໃນທ້ອງຂອງເມຍທັງ 6.

ເມື່ອວັນທີ 25 ພະຈິກ 2020 ເວັບໄຊ້ຂອງໜັງສືພິມ ເດິະຊັ່ນ ລາຍງານວ່າ ໄມຄ໌ ເອເຊ່ ວາລີ ໂວກູ ຫຼື ພຣິດຕີ້ ໄມຄ໌ ເປັນນັກທຸລະກິດໜຸ່ມສຸດເຈົ້າຊູ້ ເຈົ້າຂອງບ່ອນທ່ຽວກາງຄືນ ໃນເມືອງລາກອສ ຂອງໄນຈີເລຍ ຄວງແຟນສາວທີ່ກໍາລັງຕັ້ງຄັນທັ້ງ 6 ຄົນ ໄປເຂົ້າຮ່ວມພິທີແຕ່ງງານຂອງໝູ່ຄົນສະນິດ ແລະຍັງເປີດເຜີຍກັບຄົນໃນງານວ່າ ເຂົາເປັນພໍ່ຂອງເດັກທັງໝົດໃນທ້ອງຂອງຍີງທີ່ມາກັບຕົນທັງໝົດ 6 ຄົນອີກດ້ວຍ

ພາບປະກອບຂ່າວເທົ່ານັ້ນ

ພຣິດຕຕີ້ ໄມຄ໌ ບອກວ່າ: ນັບເປັນຄັ້ງທໍາອິດ ທີ່ເຂົາເປີດຕົວແຟນສາວທັງ 6ຄົນ ແລະ ການປາກົດຕົວໃນງານຄັ້ງນີ້ ສ້າງຄວາມປະຫຼາດໃຈໃຫ້ກັບບັນດາແຂກຄົນອື່ນໆ ເຊິ່ງສ່ວນໃຫຍ່ເປັນຄົນໃນແວດວົງການບັນເທີງ ແລະ ຄົນມີຊື່ສຽງຂອງໄນຈີເລຍ ໂດຍພຣິດຕີ້ ໄມຄ໌ ໂພສພາບຄູ່ກັບແຟນສາວທັງ 6 ຄົນ ລົງໃນໄອຈີສ່ວນຕົວ ປະກົດວ່າໄດ້ຮັບສຽງວິພາກວິຈານ ບາງຄົນເຂົ້າມາສະແດງຄວາມຍິນດີກັບການສ້າງຄອບຄົວໃຫຍ່ຂອງພຣິດຕີ້ ໄມຄ໌ ໃນຂະນະທີ່ບາງຄົນບອກວ່າເປັນພຽງການກະທໍາເພື່ອຮຽກຮ້ອງຄວາມສົນໃຈຈາກສັງຄົມເທົ່ານັ້ນ.

ຂໍຂອບໄຈຂໍ້ມູນຈາກ: http://laoedu.org

0 Comments