ຜິດກັນຍ້ອນແຕ່ງກິນໃຫ້ລູກ ຜົວໃຊ້ມີດແທງເມຍດັບ!

ຄວາມຮັກທີ່ພໍ່ແມ່ມີຕໍ່ລູກນັ້ນເໜືອທີ່ຈະພັນລະນາ ບາງຄົນກໍ່ມອບຄວາມຮັກຢ່າງມີຫຼັກການ, ບາງກໍ່ຮັກແທ້ຮັກວ່າຈົນລືມຄິດເຖິງອັນຈະລາຍທີ່ຈະຕາມມາເປັນຕົ້ນພໍ່ແມ່ຍາດແຍ່ງກັນລູກ ເອົາໃຈລູກ ຕ່າງຄົນຕ່າງສອນລູກໄປຕາມຄວາມຄິດຂອງໂຕເອງ ຫຼື ແມ່ນແຕ່ການປ້ອນອາຫານການກິນກໍ່ຍັງໄດ້ຜິດພ້ອງຕ້ອງຖຽງກັນ.

ແລະມື້ນີ້ແອັດ ສືກສາ-ໄອທີໄດ້ນຳເອົາເລື່ອງລາວທີ່ເກີດຂຶ້ນຢູ່ປະເທດເພື່ອນບ້ານມາເອົາບົດຮຽນໃຫ້ພວກເຮົາຢ່າເຮັດຕາມ ເຊິ່ງສອງຜົວເມຍຖຽງກັນເລື່ອງແຕ່ງກິນໃຫ້ລູກຈົນເຖິງຂັ້ນລົງໄມ້ລົງມືປິບຊີບອີກຝ່າຍຢ່າງບໍ່ຢັ້ງຄິດ.

ຜົວເມຍຄູ່ນີ້ຢູ່ຈັງຫວັດປະທຸມທານີ ທັງສອງມີລູກໄວ 16 ປີ ຕອນເຊົ້າຕ້ອງແຕ່ງກິນໃຫ້ລູກ ເຮັດໃຫ້ສອງຜົວເມຍລົມບໍເຂົ້າເລື່ອງຜົວຈິ່ງຄວ້າມິດມາແທງເມຍບາດດຽວດັບຄາທີ່ ຫລັງຈາກນັ້ນເອົາມີດໄປເຊື່ອງໄວ້ບ່ອນໃໝ່ແລ້ວເອົາມີດຕັດມາວາງແທນ.

ເຫດການດັ່ງກ່າວເກີດຂຶ້ນໃນວັນທີ 18 ພະຈິກຜ່ານມາ ທີ່ເກີດເຫດເປັນຫ້ອງເຊົ່າ ເຈົ້າໜ້າທີ່ເຂົ້າກວດສອບພົບຜູ້ເສຍຊີວິດເປັນຍິງອາຍຸ 47 ປີ ຖືກແທງໜ້າທ້ອງບາດດຽວ ແຕ່ມີເລືອດໄຫຼອອກຈຳນວນຫຼາຍ ຂ້າງໆພົບມີດຕັດດວງໜຶ່ງຖີ້ມໄວ້. ຫຼັງເກີດເຫດຜູ້ເປັນຜົວອາຍຸ 50 ປີບໍໄດ້ລົບໜີແຕ່ຢ່າງໃດ ຫາກຍັງຢືນຢູ່ຂ້າງໆ ມອບຕົວກັບຕຳຫຼວດ ແລະສາລະພາບວ່າ ຕົນເປັນຄົນລົງມືແທງເມຍເອງເພາະຖຽງກັນເລື່ອງແຕ່ງອາຫານໃຫ້ລູກກິນ. ຈາກການສອບຖາມເຈົ້າຂອງຫ້ອງເຊົ່າເລົ່າວ່າ ສອງຜົວເມຍມັກຖຽງກັນເປັນປະຈຳ ມຶ້ເກີດເຫດຈິ່ງບໍມີໃຜສົນໃຈ ຈົນເກີດເຫດສະລົດດັ່ງກ່າວຈັ່ງແລ່ນໄປເບິ່ງປະກົດວ່າຜູ້ເປັນເມຍໄດ້ນອນຈົມກອງເລືອດແລ້ວ.

ຂະນະທີ່ລູກສາວ ເລົ່າວ່າ ພໍ່ແມ່ພາກັນແຕ່ງອາຫານໃຫ້ຕົນກິນ ແຕ່ເວົ້າກັນບໍ່ລອງລອຍສອງຄົນຈິ່ງຖຽງກັນແຮງຂຶ້ນໆ ພໍ່ໃຈຂຶ້ນຈິ່ງຈັບມີດທີ່ຖືໃນມືແທງແມ່ໃນທີ່ສຸດ.

0 Comments