ສຸດເສົ້າ! ຄູ່ຮັກກຽມສິແຕ່ງງານ ລ່ອງເຮືອຖ່າຍພຣີເວດດິ້ງ ໂຊກຮ້າຍຈົມນໍ້າດັບທັງຄູ່

ນັບເປັນເລື່ອງສຸດເສົ້າ ເມື່ອຄູ່ຮັກຊາວອິນເດຍໄດ້ລ່ອງເຮືອຖ່າຍພຣີເວດດິ່ງ ກ່ອນທີ່ຝ່າຍຍິງເສຍຫຼັກຈົມນ້ຳຝ່າຍຊາຍໂດດໄປຊ່ວຍ ສຸດທ້າຍພາກັນຈົມນ້ຳທັງຄູ່ບໍ່ທັນໄດ້ຈັດງານແຕ່ງ. ຝ່າຍຊາຍມີຊື່ວ່າ ຈັນຕຣູ ອາຍຸ 28ປີ ສ່ວນຝ່າຍຍິງມີຊື່ວ່າ ຊາຊິກາລະ ອາຍຸ 20ປີ ໄດ້ສຶກສາເບິ່ງໃຈກັນມາເປັນເວລາ 5ປີ ທັງຄູ່ໄດ້ຕັດສິນໃຈໄປຖ່າຍຮູບພຣີເວດດິງເພື່ອເກັບເປັນຄວາມຊົງຈຳໃນແມ່ນ້ຳແຫ່ງໜຶ່ງ ກ່ອນຈະຮອດມື້ຈັດງານ.

ໃນມື້ເກີດເຫດ ທັງສອງໄດ້ອອກເດີນທາງໄປພ້ອມທີມງານຕາກ້ອງແລະຜູ້ຊ່ວຍອີກຄົນໜຶ່ງ ພວກເຂົາໄດ້ເຊົ່າເຮືອລຳນ້ອຍ2ລຳ ເພື່ອເດີນທາງໄປຫາຣີສອດແຄມແມ່ນ້ຳ ໃນຂະນະທີ່ເຮືອເຄື່ອນຕົວອອກຈາກຝັ່ງພຽງ300ແມັດ ທັງຄູ່ໄດ້ໂພສທ່າຖ່າຍຮູບພຣີເວດດິງຢ່າງຫຼວງຫຼາຍ ຈົນກະທັງຊາຊິກາລະພະຍາຍາມທີ່ຈະປ່ຽນທ່າ ແຕ່ດ້ວຍຄວາມທີ່ນາງໃສ່ເກີບສົ້ນສູງເຮັດໃຫ້ເສຍຫຼັກບໍ່ສາມາດຊົງໂຕໄດ້ແລະພາດຕົກລົງໃນແມ່ນ້ຳ.

ຈົນໃນທີ່ສຸດເຈົ້າໜ້າທີ່ຈຶ່ງຮີບຄົ້ນຫາພວກເຂົາ ແຕ່ໜ້າເສົ້າທີ່ບໍ່ສາມາດຊ່ວຍເຫຼືອໄວ້ໄດ້ທັນ ເຫຼືອພຽງຮ່າງໄຮ້ລົມຫາຍໃຈຂອງທັງຄູ່ ຍາດພີ່ນ້ອງແລະຄອບຄົວຕ່າງກໍ່ພາກັນເສຍໃຈແລະເສຍດາຍກັບອຸບັດຕິເຫດໃນເທື່ອນີ້ຢ່າງສຸດຊຶ້ງ.

ຂໍ້ມູນຂ່າວດີໆຈາກ laoedu.org

0 Comments