ຍີ່ປຸ່ນຜະລິດ ເຈ້ຍກິນໄດ້ສຳລັບຄົນທີ່ຫິວເວລາຮຽນຫລືເຮັດວຽກ

ນະວັດຕະກຳໃໝ່ຈາກປະເທດຍີ່ປຸ່ນ ເຈ້ຍກິນໄດ້ ເຊິ່ງຫຼາຍຄົນອາດຈະຮ້ອງຂື້ນ ຈິງຫລືບໍ? ແມັດມິນຂໍບອກວ່າທັງໝົດມັນຄືເລື່ອງຈິງເດີ ໄປເບີ່ງຮູບຮ່າງໜ້າຕາເຈ້ຍກິນໄດ້ວ່າເປັນແນວໃດ? ຈະມີລົດຊາດແຊບບໍ່ນໍ?

ບໍລິສັດ Kamihime ຂອງ Ogiri Printing ປະເທດຍີ່ປຸ່ນ ໄດ້ເກີດໄອເດຍຜະລິດເຈ້ຍເຮັດເປັນໂນ໊ດທີ່ເອົາໄວ້ໃຊ້ຈົດບັນທຶກເວລາຮຽນຫຼືເຮັດວຽກງານ ແບບຊະນິດພິເສດຂື້ນມາ

ໂດຍມີຄຸນສົມບັດໃຫ້ເຈ້ຍສາມາດກິນໄດ້ ແຕ່ເຈ້ຍແມ່ນບໍ່ມີລົດຊາດຫຍັງ ຈະມີລົດຊາດກໍ່ຕໍ່ເມື່ອໃຊ້ປາກກາຂຽນລົງໄປ ເຊິ່ງເປັນປາກກາຊະນິດພິເສດທີ່ໃຊ້ນໍ້າເໝິກສຳຫຼັບກິນໄດ້ເຊັ່ນດຽວກັນກັບເຈ້ຍ ເຂົາລະບຸວ່າມີລົດຊາດຄ້າຍຄືກັຍກາເຟເລີຍ

ທາງ Ogiri ຍັງເຜີຍອີກວ່າຕອນນີ້ກຳລັງຢູ່ໃນຊ່ວງຂອງການພັດທະນາຜະລິດຕະພັນ ແຕ່ເຂົາເຮັດແບບຈິງຈັງບໍ່ໄດ້ເຮັດຫຼິ້ນໆ ຖ້າວາງຂາຍອາດຈະໄດ້ເຫັນປາກກາຫຼາຍລົດຊາດສຳລັບໄວ້ຂີດຂຽນກັບເຈ້ຍທີ່ກິນໄດ້ດັ່ງກ່າວດ້ວຍ

ຖືເປັນນະວັດຕະກຳແປກໃໝ່ທີ່ໜ້າສົນໄຈ ຄິດວ່າຈະຖືກໄຈຄົນທີ່ອາດຈະຮູ້ສຶກຫິວລະຫວ່າງຮຽນ ຫລືເຮັດວຽກງານ ກໍ່ກິນເຈ້ຍແກ້ງ່ວງກັນໄປໄດ້ເລີຍ

0 Comments