ແກ້ຂ່າວຕໍ່ສັງຄົມອອນລາຍ ເຫດການຄົນຈີນທຳຮ້າຍຄົນລາວຈົນເສຍຊີວິດ

ວັນທີ 23 ຕຸລາ 2020 ຜ່ານມານີ້ ທາງກອງບັນຊາການ ປກສ ເມືອງປາກແບງ ໄດ້ອອກໜັງສືຊີ້ແຈ້ງຕໍ່ເຫດການດັ່ງກ່າວ

ໃນວັນທີ 18 ຕຸລາ 2020 ໄດ້ມີຄົນທີ່ບໍ່ຫວັງດີ ປ່ອຍຂ່າວອອກຊື່ສັງຄົມອອນລາຍ ທາງເຟດບຸກຫຼາຍກະແສຂ່າວເຊິ່ງໄດ້ໂພສຂໍ້ຄວາມດັ່ງນີ້: ເຫດການຄົນຈີນ ທຳຮ້າຍຮ່າງກາຍຄົນລາວຈົນເສຍຊີວິດ ໃນຄັ້ງວັນທີ 17 ຕຸລາ 2020 ຢູ່ເຂດບ້ານງອນ ເມືອງປາກແບງ ແຂວງອຸດົມໄຊ, ເນື່ອງຈາກຄົນລາວໄປລັກເກັບຫີນແຮ່ຢູ່ເຂດບໍ່ຄຳ.

ຂ່າວນີ້ໄດ້ສ້າງຄວາມແຕກຕື່ນໃຫ້ແກ່ສັງຄົມ ແລະເຮັດໃຫ້ສັງຄົມເຂົ້າໄຈຜິດຕໍ່ບໍລິສັດຂຸດຄົ້ນແຮ່ຄຳ ຢູ່ເຂດບ້ານໝົກແຫວນ ເມືອງປາກແບງ ແຂວງອຸດົມໄຊ ເພາະຄະດີດັ່ງກ່າວຢູ່ໃນຂັ້ນຕອນການສຶບສວນ-ສອບສວນຂອງເຈົ້າໜ້າທີ່ພວກເຮົາ, ຂ່າວດັ່ງກ່າວແມ່ນບໍ່ມີມູນຄວາມຈິງແຕ່ປະການໃດ, ແມ່ກຸ່ມຄົນທີ່ບໍ່ຫວັງດີ, ຫວັງສ້າງຄວາມບໍ່ສະຫງົບໃນສັງຄົມ, ເປັນການປັ່ນປ່ວນໃສ່ຮ້າຍປ້າຍສີິ, ຊວນເຊື່ອແບບບໍ່ມີມູນຄວາມຈິງ ເພື່ອສ້າງຄວາມບໍ່ເຊື່ອໝັ້ນຕໍ່ກຳລັງປ້ອງກັນຄວາມບໍ່ສະຫງົບຂອງພວກເຮົາ

ດັ່ງນັ້ນ ກອງບັນຊາການ ປກສ ເມືອງປາກແບງ ພວກເຮົາ ຂໍຊີ້ແຈ້ງ ແລະຢັ້ງຢືນອີກເທື່ອໜຶ່ງວ່າຂໍ້ມູນທີ່ຫຼາຍກະແສຂ່າວທີ່ໂພສອອກໄປນັ້ນແມ່ນບໍ່ມີມູນຄວາມຈິງແຕ່ຢ່າງໃດ ແລະຂໍຝາກບັນດາທ່ານຈົ່ງເປັນຫູເປັນຕາ ແລະໃຫ້ການຮ່ວມມືແລະສະກັດກັ້ນ ເຫດການດັ່ງກ່າວຊ່ວຍພວກເຮົາດ້ວຍ.

0 Comments