
iPhone12 mini ແລະ iPhone12 Pro Max ຈະວາງຂາຍຢູ່ປະເທດໄທໃນທ້າຍເດືອນນີ້. ມີຂ່າວວ່າແຟນໆ Apple ຕ່າງກໍ່ມີຄວາມຮູ້ສຶກດີໄຈໄປຕາມໆກັນ ສຳລັບການເປີດລະບົບເພື່ອໃຫ້ຈອງມືຖື iPhone12 mini ແລະ iPhone12 Pro Max ຜ່ານທາງເວັບໄຊທ໌ Apple ໂດຍກົງ ແລະກຽມພ້ອມທີ່ຈະວາງຂາຍຢ່າງເປັນທາງການໃນປະເທດໄທໃນວັນທີ 27 ພະຈິກ 2020.

โดย iPhone 12 mini ນັ້ນຈະເປີດຕົວຢ່າງເປັນທາງການໃນປະເທດໄທວັນທີ 13 ພະຈິກ 2020 ຊຶ່ງນັບວ່າເປັນລຸ້ນທີ່ຫຼາຍຄົນໃຫ້ຄວາມສົນໄຈຢ່າງຫຼວງຫຼາຍ ເພາະມີນໍ້າໜັກເບົາ ແລະບາງກວ່າ iPhone 12 ລຸ້ນປົກກະຕິເຖິງ 11% ພ້ອມຂະໜາດກະທັດລັດ 5.4 ນິ້ວ ຖືວ່າເປັນ iPhone ທີ່ນ້ອຍທີ່ສຸດຂອງ Apple ທີ່ເຄີຍຜະລິດມາ ໂດຍຈະມີໃຫ້ເລືອກທັງໝົດຢູ່ 5 ສີ ໄດ້ແກ່ ສີຂຽວ, ດຳ, ແດງ ແລະສີຟ້າ

ສ່ວນ iPhone12 Pro Max ຈະເປີດຕົວໃນວັນດຽວກັນກັບ iPhone 12 mini ເຊິ່ງມີຂະໜາດໃຫຍ່ກວ່າ iPhone12 Pro ມາພ້ອມກັບຄວາມລະອຽດຂອງການຖ່າຍພາບສູງກວ່າ ແລະມີໃຫ້ເລືອກທັງໝົດ 4 ສີ ຄື: ສີກຣາໄຟ, ສີນໍ້າ, ສີທອງ ແລະສີແປຊີຟີກບລູ ໂດຍ iPhone ທັງ 2 ລຸ້ນນັ້ນຍັງຮອງຮັບລະບົບສັນຍານ 5G ອີກດ້ວຍ

ເຖິງແມ່ນວ່າ iPhone 12 mini ຈະມີຂະໜາດນ້ອຍແຕ່ປະສິດທິພາບໃນການໃຊ້ງານໂດຍລວມທັງໝົດແມ່ນທຽບເທົ່າກັບ iPhone 12 ເລີຍ ຖ້າໃຜຄິດສະຊື້ບອກເລີຍວ່າຄຸ້ມຄ່າຄຸ້ມລາຄາທີ່ຈ່າຍຢ່າງສົມເຫດສົມຜົນຢ່າງແນ່ນອນ ງານນີ້ຈັດເລີຍບໍ່ຕ້ອງຄິດຫຼາຍ ສາມາສັ່ງຈອງໄດ້ແລ້ວວັນນີ້ທີ່ເວບໄຊ ແລະຕົວແທນຈຳໜ່ວຍຂອງ Apple ຢ່າງເປັນທາງການທີ່ຮ່ວມລາຍການເທົ່ານັ້ນ
ແອັດມິນກະບໍ່ຮູ້ວ່າລາວເຮົາ ນຳເຂົ້າມາຈຳໜ່ວຍແລ້ວຫລືບໍ?
0 Comments