Kaspersky ພົບມັລແວຣ໌ຕົວໃໝ່ ສອດແນມ 153 ແອັບເທິງມືຖື Android

Ghimob Android ໂທຈັນລ່າສຸດກຳລັງແຜ່ກະຈາຍໄປທົ່ວໂລກ ໂດຍພວກມັນສາມາດສອດແນມ ແລະຂະໂມຍຂໍ້ມູນຜ່ານແອັບຢູ່ເທີງ Android ຫຼາຍເຖິງ 153 ແອັບ

ບໍລິສັດ ຮັກສາຄວາມປອດໄພ Kaspersky ເຊື່ອວ່າໂທຈັນນີ້ຖືກພັດທະນາໂດຍກຸ່ມດຽວກັນທີ່ຢູ່ເບື້ອງຫລັງມັລແວຣ໌ເທິງ Windows

ແອັບເຫຼົ່ານີ້ບໍ່ໄດ້ຢູ່ກັບ Play Store ຢ່າງເປັນທາງການ ແຕ່ຈະແຝງມາກັບອີເມວ ຫລືເວັບໄຊທີ່ເປັນອັນຕະລາຍ ເພື່ອປ່ຽນເສັ້ນທາງຜູ້ໃຊ້ໄປຍັງເສັ້ນທາງທີ່ໂປຣໂມດແອັບທີ່ເປັນໄພເຫຼົ່ານີ້

ສິ່ງທີ່ພົບ ຄື 153 ແອັບ ມັກຈະຮຽນແບບແອັບດັງ ເຊັ່ນ Google Defender, Google Docs, WhatsApp Updater ຫລື Flash Update ຫາກຜູ້ໃຊ້ບໍ່ທັນລະວັງ ສັງເກດດີໆກ່ອນ ແລະເຜີໄປຕິດຕັ້ງລົງໃນເຄື່ອງ ໂອກາດທີ່ຈະສຖືກໄວຣັດໂຈມຕີກໍ່ມີສູງ ເພາະແອັບຈະສ້າງໜ້າລ໊ອກອິນປອມເພື່ອພະຍາຍາມຂະໂມຍຂໍ້ມູນຜູ້ໃຊ້

ການພັດທະນາຂອງໂທຈັນເທິງ Android ສະທ້ອນໃຫ້ເຫັນແນວໂນ້ມໄພຄຸກຄາມຈາກໄວຣັດທີ່ແຜ່ຂະຫຍາຍໄປທົ່ວໂລກ ໂດຍສະເພາະພື້ນທີ່ ທີ່ມີການໃຊ້ງານເປັນຈຳນວນຫຼາຍ ແລະບໍ່ເລືອກອຸປະກອນລວມເຖິງລະບົບປະຕິບັດການໃນການໂຈມຕີ

0 Comments