
ຊໍເຍຈີ ນັກສະແດງສາວງາມຜູ້ຮົບບົດ ໂກມຸນຍອງ ຈາກຊີຣີ It’s Okay to Not Be Okay ດ້ວຍຄາແລັກເຕີທີ່ເປັນຜູ້ຍິງເປີດເຜີຍ ຮູ້ສຶກແບບໃດກໍ່ບອກອອກໄປແບບນັ້ນ ອີກທັງລຸກໃນການແຕ່ງໂຕຂອງນາງໃນເລື່ອງກໍ່ສວຍງາມສະຫງ່າສະກົດສາຍຕາ ຈຶ່ງເຮັດໃຫ້ແຟນໆຊີຣີຊື່ນຊົມໃນຕົວລະຄອນນີ້. ແອັດມິນ ຂໍນຳປະຫວັດສະບັບຫຍໍ້ມາໃຫ້ໄດ້ຮູ້ຈັກນາງພ້ອມພາບແຟຊັ່ນການແຕ່ງຕົວໃນເລື່ອງມາໃຫ້ໄດ້ຊົມກັນ
ປະຫວັດ ຊໍເຍຈີ (Seo Ye Ji)

ຈາກຄວາມຝັນເປັນຜູ້ປະກາດຂ່າວສູ່ເສັ້ນທາງການສະແດງ
ຊໍເຍຈີ ເກີດເມື່ອວັນທີ 6 ເມສາ 1990 ປະຈຸບັນອາຍຸ 30 ປີ ນາງມີຄວາມຝັນມາຕະຫຼອດວ່າຕ້ອງການເປັນຜູ້ປະກາດຂ່າວໂທລະທັດ ພາຍຫຼັງຮຽນຈົບຊັ້ນ ມ.ປາຍ ທີ່ເກົ່າຫຼີໃຕ້ ລາວກໍ່ໄດ້ໄປຮຽນຕໍ່ທີ່ປະເທດສະເປນດ້ານສື່ສານມວນຊົນ ແຕ່ຫຼັງຈາກຮຽນຈົບມີໂອກາດໄດ້ເຂົ້າສູ່ເສັ້ນທາງສາຍງານສະແດງ ຈາກການຊັກຊວນຂອງຊີອີໂອຂອງ Made in Chan Entertainment

ຈາກນັ້ນກໍ່ໄດ້ງານສະແດງໃນປີ 2013-2014 ຊິທຄອມເລື່ອງ Potato Star 2013QR3 ໃນປີດຽວກັນ ເປັນເລື່ອງທີ່ເຮັດໃຫ້ນາງໄດ້ໂຊທັກສະການໃຊ້ພາສາສະເປນ ແລະທີ່ສຳຄັນຍັງເຮັດໃຫ້ນາງໝົດກັງວົນເລື່ອງບັນຫາສຽງທີ່ກ່ອນໜ້ານາງຄິດວ່າເປັນສຽງໂທນຕໍ່າເບິ່ງຄືບໍ່ເປັນຜູ້ຍີງເຊິ່ງເຮັດໃຫ້ນາງບໍ່ໝັ້ນໄຈ ຈົນໄດ້ງານມາສະແດງ ຈຶ່ງເຮັດໃຫ້ນາງປົດລ໊ອກຄວາມກັງວົນ ແລະໜັ້ນໄຈວ່າສຽງຂອງນາງນັ້ນເຮັດໃຫ້ນາງມີຈຸດເດັ່ນທີ່ແຕກຕ່າງ ຈາກນັ້ນມາຊໍເຍຈີກໍ່ມີຜົນງານອອກມາເລື້ອຍໆ

ຜົນງານລະຄອນ/ທີວີໂຊ ຂອງຊໍເຍຈີ
- It’s Okay to Not Be Okay (tvN, 2020)
- Lawless Lawyer (tvN, 2018)
- Save Me (OCN, 2017)
- Hwarang: The Beginning (KBS, 2016)
- Another Oh Hae Young (tvN, 2016) นักแสดงรับเชิญ
- Moorim School (KBS2, 2016)
- Last (JTBC, 2015)
- Super Daddy Yul (tvN / 2015)
- Diary Of A Night Watchman | Yagyungkkoonilji (MBC / 2014)
- Potato Star 2013QR3 | Kamjabyeol 2013QR3 (tvN / 2013-2014)
0 Comments