ຕາມສື່ທ້ອງຖິ່ນຂອງຈີນລາຍງານວ່າ: ເກີດອຸປະຕິເຫດຢູ່ບໍ່ຖ່ານຫີນ Diaoshuidong ເຊິ່ງຢູ່ໃນເມືອງສົ່ງຊິ່ງຂອງຈີນ ຫຼັງບໍ່ຖ່ານຫີນດັ່ງກ່າວຖືກປິດກ່ອນໜ້ານີ້ເປັນເວລາ 2 ເດືອນ. ທັງນີ້, ຫຼັງກຳມະກອນໄດ້ເຂົ້າໄປຮື້ຖອນອຸປະກອນໃຕ້ດິນຢຸ່ບໍ່ດັ່ງນກ່າວ ກໍ່ເກີດການຮົ່ວໄຫລຂອງແກ໋ດກາກບອນ, ເຊິ່ງຈາກເຫດການຄັ້ງນີ້ ເຮັດໃຫ້ມີຜູ້ເສຍຊີວິດ 18 ຄົນ ແລະສູນຫາຍອີກຈຳນວນ 5 ຄົນ. ຄະນະທີ່ເຈົ້າໜ້າທີ່ພວກກຳລັງສຶບຫາສາເຫດ.
ບໍ່ຖ່ານຫີນ Diaoshuidong ນີ້ ເປັນບໍ່ທີ່ມີຄຸນນະພາບສູງມີກຳລັງການຜະລິດ 120.000 ໂຕນ/ປີ ໂດຍບໍ່ແຫ່ງນີ້ສ້າງຕັ້ງຂື້ນໃນປີ 1975 ແລະດຳເນີນກິດຈະການໃນຖານະເອກະຊົນໃນປີ 1998
ອຸປະຕິເຫດຄັ້ງນີ້ ເກີດຂື້ນໃນພື້ນທີ່ທາງຕາເວັນຕົກສ່ຽງໃຕ້ ແລະເປັນອຸປະຕິເຫດຄັ້ງທີສອງໃນຮອບສອງເດືອນ
0 Comments