 |
ພາບປະກອບຂ່າວ |
ຍີ່ປຸ່ນຫ້າມຄົນຕ່າງປະເທດເດີນທາງເຂົ້າປະເທດແລ້ວ ຫຼັງຈາກພົບເຊື້ອໂຄວິດ-19 ສາຍພັນໃໝ່ຈາກປະເທດອັງກິດຫຼາຍຄົນ ໂດຍຄຳສັ່ງນີ້ມີຜົນໄປຈົນຮອດເດືອນມັງກອນ 2021
 |
ພາບປະກອບຂ່າວ |
ສຳນັກຂ່າວ
ຊີເອັນເອັນ ລາຍງານວ່າ ຍີ່ປຸ່ນເລີ່ມສັ່ງຫ້າມຄົນຕ່າງປະເທດເດີນທາງເຂົ້າປະເທດແລ້ວ ໃນວັນຈັນວັນທີ 28 ທັນວາ 2020 ໄປຈົນຮອດເດືອນມັງກອນ 2021 ຫຼັງຈາກພົບເຊື້ອໂຄວິດ-19 ສາຍພັນໃໝ່ຈາກອັງກິດໃນປະເທດຫຼາຍລາຍ ໃນອາທິດທີ່ຜ່ານມາ ແຕ່ສຳລັບພົນລະເມືອງຂອງຍີ່ປຸ່ນຍັງສາມາດເດີນທາງເຂົ້າມາໄດ້ ໂດຍຈະຕ້ອງມີການກັກຕົວ 14 ວັນ
 |
ພາບປະກອບຂ່າວ |
ຄຳສັ່ງນີ້ເກີດຂື້ນຫຼັງຈາກ ເມື່ອວັນເສົາທີ່ຜ່ານມາ ລັດຖະບານຍີ່ປຸ່ນຢືນຢັນວ່າ ພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນໃໝ່ 2 ຄົນ ໂດຍເປັນຄົນທີ່ຫາກໍ່ເດີນທາງກັບມາຈາກປະເທດອັງກິດເມື່ອບໍ່ດົນມານີ້ ແລະນີ້ເປັນຄັ້ງທຳອິດທີ່ຍີ່ປຸ່ນພົບຜູ້ຕິດເຊື້ອສາຍພັນໃໝ່ນອກຈຸດກວດກາຂອງເຈົ້າໜ້າທີ່ໃນສະໜາມບິນ
ເມື່ອວັນສຸກທີ່ຜ່ານມາ ຍີ່ປຸ່ນພົບຜູ້ເຊື່ອໂຄວິດ-19 ສາຍພັນໃໝ່ ຈຳນວນ 5 ຄົນ ທີ່ສະໜາມບິນນາໆຊາດຫຼາຍແຫ່ງທົ່ວປະເທດ
 |
ພາບປະກອບ |
ໄວຣັສໂຄວິດ-19 ສາຍພັນໃໝ່ ເຊິ່ງເຊື່ອວ່າກຳເນີດໃນປະເທດອັງກິດ ມີການຕິດຕໍ່ຫຼາຍກວ່າສານພັນເກົ່າເຖີງ 70% ແລະຕອນນີ້ຖືກຄົ້ນພົບໃນຫຼາຍປະເທດໃນເອີລົບ ແລະປະເທດອື່ນໆ ເຮັດໃຫ້ກວ່າ 40 ປະເທດທົ່ວໂລກອອກຄຳສັ່ງຫ້າມເດີນທາງໄປ ຫລືກັບຈາກອັງກິດແລ້ວ
0 Comments