ຮັບໂທດໜັກ!! ສາວເຕັ້ນໂຊອະໄວຍະວະຮ່າງກາຍຕົນເອງ ລະເມີດກົດໝາຍອາຍາ ມາດຕາ 258 ການທຳລາມົກ

ສັງຄົມລາວສູ່ມື້ນີ້ ແມ່ນຮຽນແບບສັງຄົມຕາເວັນຕົກເຂົາໄປເກືອບໝົດແລ້ວ ໂດຍທີ່ບໍ່ຄິດຄຳນຶງເຖິງວັດທະນະທຳຂອງຄົນລາວເຮົາເຄີຍປະຕິບັດແຕ່ໃດມາ. ມີການເຕັ້ນໂຊໂປ້ເປືອຍ ໂຊອະໄວຍະວະຂອງຮ່າງກາຍ ໃນສະຖານທີ່ບັນເທີງ ແລ້ວມີຄົນອັດຄລິບເອົາມາລົງ ແລະແຊຣ໌ກັນໃນສັງຄົມໂຊຊ້ຽວທີ່ເປັນສາທາລະນະ ເກີດມີຫ່າງສຽງວິພາກວິຈານຕ່າງໆນາໆ ເຮັດໃຫ້ເຊື່ອມເສຍພາບພົດທີ່ບໍ່ດີຕໍ່ກັບວັດທະນະທຳຮີດຄອງປະເພນີອັນດີງາມຂອງລາວ ຄືກັບເຫດການຕໍ່ໄປນີ້ທີ່ແອັດມິນຈະມາເລົ່າສູ່ຟັງ

ໃນທ້າຍເດືອນ ພະຈິກ 2020 ທີ່ຜ່ານມານີ້ ທີ່ມີການແຊຣ໌ຄລິບສະນັ່ນທາງສື່ສັງຄົມອອນລາຍ ໃນເຫດການດັ່ງກ່າວມີສາວປະເພດສອງ ເຕັ້ນໂຊອານາຈານຕົນເອງ (ປະກົ້ນໂຊ) ທີ່ສະຖານບັນເທີງ 3434 ໄອເຕັກ ນະຄອນຫຼວງວຽງຈັນ

ຕົກມາໃນວັນທີ 3 ທັນວາ 2020 ນີ້ ທາງເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ກໍ່ຄືພະແນກຕ້ານການຄ້າມະນຸດໄດ້ລົງກວດກາຕົວຈິງ ກໍ່ພົບມີການກະທຳຜິດຈິງແທ້ ຊື່ທ້າວ ວົງສະໄໝ ອາຍຸ 26 ປີ ອາຊີບວ່າງງານ ຢູ່ບ້ານເກີດບ້ານໃໝ່ ເມືອງໂພນໂຮງ ແຂວງວຽງຈັນ ພັກເຊົາຢູ່ບ້ານ ບົວທອງເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຜູ້ກ່ຽວໄດ້ຍອມຮັບສາລະພາບວ່າຕົນໄດ້ກະທຳແທ້.

ສະນັ້ນ, ທາງເຈົ້າໜ້າທີ່ຈຶ່ງໄດ້ກັກຕົວສາວປະເພດສອງດັ່ງກ່າວ ເຊຶ່ງລະເມີດຕໍ່ກົດໝາຍອາຍາແຫ່ງສປປລາວ ມາດຕາ 258 ການທຳລາມົກ. ເຈົ້າໜ້າທີ່ຍັງຈະສຶບຕໍ່ເລັ່ງຕິດຕາມຫາຕົວຜູ້ທີ່ຖ່າຍຄລິບແລ້ວໂພດລົງໂຊຊຽວ ແລະນຳຕົວມາລົງໂທດຕາມກົດໝາຍ.

ຮັບຊົມຄລິບທີ່ນີ້

loading...

0 Comments