ມື້ນີ້ແອັດມິນຂໍຍິບຍົກເຫດການທີ່ເກີດຂື້ນຢູ່ ສສ ຫວຽດນາມ ເພື່ອເຕືອນເປັນອຸທາຫອນ 4 ແມ່ລູກໝົດສະຕິຍ້ອນຂາດອາກາດຫາຍໄຈ ສາເຫດເປັນເພາະດັງໄຟ ຢູ່ໃນເຮືອນ
ໃນຕອນເຊົ້າຂອງວັນທີ 3 ທັນວາຜ່ານມານີ້ ຕາມການລາຍງານຈາກອຳນາດການປົກຄອງບ້ານ ດົງແຈັກ ເມືອງໂບແຈັກ ແຂວງກວາງບິ່ງ ສສ ຫຽວດນາມ ໄດ້ໃຫ້ຮູ້ວ່າ: ເກີດມີເຫດການຂາດອາກາດຫາຍໄຈ ເຮັດໃຫ້ 4 ແມ່ລູກຕ້ອງນອນໝົດສະຕິຢູ່ເທິງຕຽງ.
ເຊິ່ງມີຊາວບ້ານຢູ່ໃກ້ຄຽງທີ່ເຫັນເຫດການເລົ່າວ່າ ເຫັນຄົນໃນຄອບຄົວຂອງທ້າວ ເຢືອງຊີແທັງ 4 ຄົນກຳລັງນອນໝົດສະຕິຢ່ເທິງຕຽງ, ລວມມີ ນາງ ເຈິນຖິຖຸຍລານ(ຜູ້ເປັນເມຍ), ລູກສາວອາຍຸ 9 ປີ, ລູກອີກຜູ້ໜຶ່ງ 4 ປີ ແລະລູກຫຼ້າ 1 ປິ.
![]() |
ພາບປະກອບຂ່າວ |
ຈາກນັ້ນກໍ່ແຈ້ງໃຫ້ເຈົ້າໜ້າທີ່ເຂົ້າມາກວດເບິ່ງ ກໍ່ພົບວ່າ ລູກຜູ້ອາຍຸ 9ປີ ແລະ 4 ປີ ເສຍຊີວິດແລ້ວ, ສ່ວນລູກຜູ້ 1ປີກັບຜູ້ເປັນແມ່ແມ່ນຖືກນຳສົ່ງໂຮງໝໍ ຢ່າງຮີບດ່ວນ. ຜຸ້ເປັນລູກອາຍຸ 1 ປີໄດ້ຮັບການຟອກເລືອດ ສ່ວນຜຸ້ເປັນແມ່ນອນສະຫຼົບຫມົດສະຕິບໍ່ຮູ້ເມື່ອຄີງ.
0 Comments