8 ຄຸນປະໂຫຍດຂອງເປືອກກ້ວຍທີ່ທ່ານອາດຍັງບໍ່ທັນຮູ້

ກ້ວຍໃນປະເທດລາວມີຢູ່ຫຼາຍຊະນິດ ແລະມີຄຸນປະໂຫຍດຫຼາກຫຼາຍ ເປັນແຫຼ່ງລວມສານອາຫານຊັ້ນດີເລີຍກໍ່ວ່າໄດ້ ແຕ່ໃຜຈະໄປຄິດວ່າເປືອກກ້ວຍທີ່ເຮົາຖິ້ມເວລາກິນກ້ວຍແລ້ວນັ້ນ ສາມາດນຳມາໃຊ້ເປັນປະໂຫຍດໄດ້ ເປັນເລື່ອງທີ່ແປກແຕ່ຈິງທີ່ທຸກຄົນຄວນຈະຮູ້ໄວ້ ໂດຍສະເພາະຜູ້ຍິງທີ່ມັກຄວາມສວຍຄວາມງາມ ແລະມັນຍັງຮັກສາອາການຕ່າງໆໄດ້ອີກດ້ວຍ

8 ຄຸນປະໂຫຍດຂອງເປືອກກ້ວຍ

1. ເຮັດໃຫ້ແຂ້ວຂາວ

ໂດຍໃຊ້ເປືອກກ້ວຍທາລົງໄປບໍລິເວນແຂ້ວຂອງທ່ານເປັນປະຈຳທຸກວັນ ເປັນເວລາ 1 ນາທີ ເພື່ອໃຫ້ແຂ້ວຂອງທ່ານຂາວຂຶ້ນຄືກັບວ່າເຮົາໄປຟອກຂີແຂ້ວມາແບບນັ້ນເລີຍ ຊຶ່ງຖ້າໄປຄຣີນິກແຂ້ວອາດໃຊ້ເງິນເປັນຈຳນວນຫຼາຍເລີຍທີດຽວ

2. ລົບຂີ້ຕູດ/ໄຝ

ເປືອກກ້ວຍຊ່ວຍໃນການກຳຈັດຕູດ ແລະໄຝທີ່ມີຂະໜາດນ້ອຍໄດ້ ສຳລັບວິທີການໃຊ້ໃຫ້ໄດ້ຜົນນັ້ນ ພຽງແຕ່ຖູບໍລິເວນທີ່ເປັນຂີ້ຕູດ ແລະໄຝ ນີ້ເປັນວິທີທີ່ງ່າຍທີ່ສຸດໃນການໃຊ້ເປືອກກ້ວຍສຳລັບຜິວ

3. ແກ້ສິວຫາຍແນ່ນອນ

ພຽງແຕ່ໃຊ້ເປືອກກ້ວຍນວດລົງໄປໃບໜ້າ ແລະຮ່າງກາຍເປັນເວລາ 5 ນາທີ ເຮັດເປັນປະຈຳທຸກໆວັນ ເພື່ອຮັກສາສິວ ຈະໄດ້ຜົນພາຍໃນ 1 ອາທິດ ຫລືໃຊ້ໄປເລື້ອຍໆຈົນກວ່າສິວຈະຫາຍດີໄປຈົນໝົດ

4. ລົບລິ້ວລອຍ

ເປືອກກ້ວຍຊ່ວຍໃຫ້ຜິວຂອງທ່ານຊຸມຊື່ນ ວິທີໃສ່ໄຂ່ແດງລົງໃນເປືອກກ້ວຍ ປະສົມໃຫ້ສົມກັນ ຈາກນັ້ນນຳໄປທາໃສ່ໃບໜ້າຂອງທ່ານປະໄວ້ປະມານ 5 ນາທີຈຶ່ງລ້າງອອກ ເຮັດເປັນປະຈຳສາມາດຊ່ວຍລົດລິ້ວລອຍໄດ້ 100%

5. ເປັນຍາແກ້ປວດ

ໃຊ້ເປືອກກ້ວຍທາໃສ່ພື້ນທີ່ທີ່ໄດ້ຮັບຄວາມເຈັບປວດ ແລ້ວຖິ້ມປະໄວ້ປະມານ 30 ນາທີ ຈົນກວ່າອາການປວດຈະຫາຍໄປ. ເອົານໍ້າມັນພືດ ແລະເປືອກກ້ວຍ ທາແປະໄວ້ຍັງຊ່ວຍໃນການບັນເທົາອາການປວດໄດ້ເຊັ່ນກັນ.

6. ການຮັກສາໂລກສະເກັດເງິນ

ໃຊ້ເປືອກກ້ວຍທາບໍລິເວນທີ່ເກີດໂລກສະເກັດເງິນ ເປືອກກ້ວຍມີຄຸນສົມບັດຊ່ວຍໃຫ້ຜິວຊຸມຊື່ນ ແລະລົດອາການຄັນ ຊ່ວຍໃຫ້ທ່ານສາມາດຮັກສາໂບກສະເກັດເງິນໄດ້ໄວທັນຕາ ແລະທ່ານສາມາດເຫັນຜົນໄດ້ຢ່າງຊັດເຈນໃນເວລາບໍ່ດົນ

7. ໃຊ້ຄັດເຄື່ອງເງິນ ແລະເກີບໜັງໃຫ້ເງົາງາມ

ໃຊ້ເປືອກກ້ວຍຖູລົງໄປເກີບໜັງ ແລະເຄື່ອງປະດັບເງິນເພື່ອໃຫ້ມັນສະວ່າງ ແລະເງົາງາມມາທັນທີ ໂດຍບໍ່ຕ້ອງໄປຊື້ນໍ້າຢາລາຄາແພງໆມາເຊັດຖູເລີຍ ພຽງແຕ່ໃຊ້ເປືອກກ້ວຍເທົ່ານັ້ນເງິນກໍ່ບໍ່ຕ້ອງເສຍ

8. ການປ້ອງກັນລັງສີຍູວີ

ເປືອກກ້ວຍຊ່ວຍປົກປ້ອງດວງຕາຈາກລັງສີຍູວີທີ່ເປັນອັນຕະລາຍ ນອກຈາກນີ້ຍັງໄດ້ຮັບການພິສູດເພື່ອລົດຄວາມສ່ຽງຂອງການເປັນໂຣກຕໍ້ກະຈົກ.

loading...

0 Comments