ປະຈຸບັນການໃຊ້ງານສະມາດໂຟນ, ແທັດເລັດ ຫລືຄອມພິວເຕີ ເຂົ້າມາມີບົດບາດເພີ່ມຂື້ນເປັນເງົາຕາມຕົວ ຈົນເກືອບເປັນສ່ວນໜຶ່ງຂອງອະໄວຍະໃນຮ່າງກາຍທີ່ຂາດບໍ່ໄດ້
ການໃຊ້ງານທີ່ເພີ່ມຂື້ນນີ້ ສົ່ງຜົນກະທົບໂດຍກົງ ກັບລະບົບປະສາດ ແລະກະດູກຕົ້ນຄໍ
ອາການປວດຫົວ
ເມື່ອໃຊ້ໃນທ່າທາງທີ່ບໍ່ເໝາະສົມເປັນໄລຍະເວລາດົນແລ້ວ ຍັງສາມາດທີ່ຈະເຮັດໃຫ້ເກີດອາການເຈັບປ່ວຍຕາມມາໄດ້ ໂດຍສະເພາະ “ອາການປວດຫົວ”
ຜູ້ຊ່ຽວຊານທາງການແພດ ແລະລະບົບປະສາດ ໄດ້ໃຫ້ຂໍ້ມູນວ່າ ການໃຊ້ງານສະມາດໂຟນ ຫລືຄອມພິວເຕີທີ່ຫຼາຍເກີດໄປເປັນເວລາດົນນານ ຫລືໃຊ້ງານບໍ່ຖືກທ່າທາງເປັນສາເຫດໜຶ່ງທີ່ເຮັດໃຫ້ເກີດອາການ “ອາການປວດຫົວ” ຊຶ່ງພົບໄດ້ທົ່ວໄປກັບທຸກເພດທຸກໄວ ເພາະຈະເຮັດໃຫ້ກ້າມເນື້ອບໍລິເວນຄໍເກີດອາການເມື່ອຍລ້າ ຫລື ເກີດອາການຫົດຕົວຂອງກ້າມເນື້ອຂື້ນມາເປັນກ້ອນ ອາການປວດທີ່ກ້າມເນື້ອຄໍນີ້ ອາດສົ່ງຄວາມເຈັບປວດໄປຍັງສ່ວນອື່ນໆທີ່ໃກ້ຄຽງ ເຊັ່ນ: ທ້າຍທອຍ, ບໍລິເວນຂະມັບ ອ້ອມຂອບດວງຕາ ຫລືໜ້າຜາກໄດ້...ພົບໄດ້ເປັນປະຈຳ ໂດຍສະເພາະຜູ້ທີ່ເຮັດວຽກໜ້າຄອມພິວເຕີເປັນເວລານານ ຫລືໃຊ້ສະມາດໂຟນບໍ່ເໝາະສົມ
“ກຸ່ມເກີດຈາກກ້າມເນື້ອຫົດຕົວ”ເກີດຈາກກະດູກຄໍເສື່ອມກ່ອນໄວ ຫລືອາດຈະເຖິງຂັ້ນໝອນຮອງກະດູກທັບເສັ້ນປະສາດໄດ້ ການເກີດກະດູກຕົ້ນຄໍເສື່ອມນັ້ນຖ້າໄປກົດທັບເສັ້ນປະສາດສະໝອງລະດັບທີ່ 1-4 (Cervical nerve root level 1-4) ອາດເກີດອາການປວດຫົວບໍລິເວນທ້າຍທອຍ, ດ້ານຂ້າງຂອງຫົວ, ຂະມັບ, ກະບອກດວງຕາ, ໜ້າຜາກ ລວມເຖິງກາງຂະໝອມໄດ້ ຊຶ່ງທາງແພດຈະເອີ້ນໂລກນີ້ວ່າ "ໂລກປວດຫົວຈາກການຜິດປົກກະຕິຂອງຄໍ" Cervicogenic headache
ໂລກໄມເກຣນແສງທາງອອກມາຈາກໜ້າຈໍ ຫລືແສງສະທ້ອນຈາກໜ້າຈໍ ຍັງສາມາດກະຕຸ້ນໃຫ້ເກີດອາການປວດຫົວໄມເກຣນແບບກະທັນຫັນຂື້ນ ລວມທັງກ້າມເນື້ອທີ່ມີອາການຫົດປວດບໍລິເວນຄໍ ແລະຫົວ ຍັງສາມາດກະຕຸ້ນໃຫ້ເກີດອາການປວດຫົວໄມເກຣນແບບຮຸນແຮງກະທັນຫັນໄດ້ອີກດ້ວຍ
ຊຶ່ງໃນກຸ່ມຂອງຄົນ ທີ່ເປັນໂລກ "ໄມເກຣນ" ຢູ່ແລ້ວຈະເຫັນວ່າ ສັງຄົມກົ້ມໜ້າ ເຮັດໃຫ້ເກີດອາການປວດຫົວໄດ້ຫຼາຍຊະນິດ ຊຶ່ງບາງຊະນິດອາດເປັນຮຸນແຮງຈົນເຖິງຂັ້ນຕ້ອງໄດ້ປິ່ນປົວໂດຍການຜ່າຕັດ
ດັ່ງນັ້ນການໃຊ້ສະມາດໂຟນ ຫລືຄອມພິວເຕີຢ່າງເໝາະສົມ ຈະເປັນການຊ່ວຍປ້ອງກັນບໍ່ໃຫ້ເກີດອາການປວດຫົວ ໃນກໍລະນີທີ່ມີອາການປວດຫົວຈາກການໃຊ້ສະມາດໂຟນ ຫລືຄອມພິວເຕີ
0 Comments