ສຳລັບຫຼາຍໆຄົນກໍ່ຄົງຢາກຈະລອງໄປຖ່າຍຮູບທີ່ສະຕູດິໂອເພື່ອໃຫ້ໄດ້ພາບທີ່ສວຍງາມມາເກັບເອົາໄວ້ ແຕ່ນັ້ນກໍ່ໝາຍຄວາມວ່າທ່ານຕ້ອງແລກດ້ວຍຄ່າໃຊ້ຈ່າຍທີ່ແພງ ແລ້ວມັນດີກວ່າຫລືບໍ? ຖ້າທ່ານສາມາດຖ່າຍພາບເຫຼົ່ານັ້ນໄດ້ເອງທີ່ເຮືອນຂອງທ່ານ
ຫຼາຍຄົນອາດຈະບອກວ່າມັນເປັນເລື່ອງຍາກ ແຕ່ນັ້ນກໍ່ບໍ່ໄດ້ໝາຍຄວາມວ່າຈະບໍ່ມີໃຜລອງເຮັດເບີ່ງ
Kimberly Douglas ຫລືຫຼາຍຄົນໃນໂຊຊ່ຽວຮູ້ຈັກເຂົາໃນຊື່ວ່າ Kihmberlie ຈາກອິນສະຕາແກຣມ ແລະທະວິດເຕີ ນາງໄດ້ສ້າງຜົນງານພາບຖ່າຍທີ່ໜ້າຕື່ນຕາຈາກທີ່ເຮືອນຂອງນາງເອງ ແລະຜົນງານທີ່ໄດ້ມັນເໝືອນກັບວ່າ ເຂົາໄດ້ໃຊ້ທິມງານມືອາຊີບມາຊ່ວຍຖ່າຍ ແຕ່ໃນຄວາມເປັນຈິງມັນເປັນຝີມືການຖ່າຍພາບຂອງນາງເອງທັງໝົດ
Credit Picture : Kimberly Douglas
Kihmberlie ບອກວ່າ ” ຕອນທຳອິດກໍ່ເລີ່ມຕົ້ນຖ່າຍພາບກັບເພື່ອນໆ ດ້ວຍໂທລະສັບມືຖືຂອງຕົນເອງ ແຕ່ໃນຊ່ວງຫຼັງເພື່ອນຂອງເຂົາກໍ່ຫຍຸ້ງກ່ຽວກັບການຮຽນຈຶ່ງເຮັດໃຫ້ນາງຕ້ອງຢຸດຖ່າຍພາບໄປໄລຍະໜຶ່ງ ”
ຫຼັງຈາກນັ້ນເມື່ອນາງໄດ້ຮຽນຈົບ ເຂົາກໍ່ເລີ່ມທີ່ຢາກຈະກັບມາຖ່າຍຮູບອີກຄັ້ງ ໂດຍມີຄອນເຊັບວ່ານາງຈະເປັນຄົນຈັດສາກ ແລະຖ່າຍພາບເອງພາຍໃນເຮືອນຂອງນາງຈາກມຸມຕ່າງໆ ລວມໄປເຖິງເລື່ອງຂອງແສງດ້ວຍ
Credit Picture : Kimberly Douglas
ໃນຊ່ວງທຳອິດມີຜູ້ຕິດຕາມອິນສະຕາແກຣມຂອງນາງນັ້ນຢູ່ປະມານ 80,000 ຄົນ ແຕ່ບໍ່ໜ້າເຊື່ອພຽງບໍ່ທໍ່ໃດເດືອນກັບມີຜູ້ຕິດຕາມຫຼາຍເຖິງ 290,000 ຄົນ ເຊິ່ງຖືວ່າໄວຫຼາຍ
0 Comments