ແກະຮອຍ!! ເສັ້ນທາງຊາວຈີນທີ່ຕິດໂຄວິດຜ່ານຫຼວງນ້ຳທາສູ່ປະເທດຈີນ

ກຳລັງເປັນທີ່ສົນໃຈຈາກສັງຄົມ ກ່ຽວກັບຄົນຈີນ 2 ຄົນທີ່ຕິດເຊື້ອໂຄວິດ ແລ້ວເດີນທາງເຂົ້າມາປະເທດລາວຜ່ານແຂວງຫຼວງນ້ຳທາ ແລະໄປປະເທດຈີນຕໍ່. ປະຈຸບັນສະຖານະການຕ້ອງກັບມາເຄັ່ງຮ້ອນອີກຄັ້ງ, ສິ່ງທີ່ຫຼາຍໆຄົນສົນໄຈ ແລະຢາກຮູ້ຄືຊາວຈີນທັງສອງໄດ້ໄປຮອດໃສ? ຈຸດໃດແດ່?

ສຳລັບໃຫ້ຜູ້ທີ່ບໍຮູ້ຈັກຜູ້ຕິດເຊື້ອ, ແຕ່ໄດ້ຢູ່ໃກ້ບຸກຄົນດັ່ງກ່າວຈະຕ້ອງໄດ້ຕິດຕາມຕົນເອງ ຫາກມີອາການຫຍັງຜິດປົກກະຕິ ກໍ່ຕ້ອງລາຍງານພາກສ່ວນທີ່ກ່ຽວຂ້ອງໂດຍດ່ວນ! ເພື່ອຄວາມປອດໄພ

ຕາມຂ່າວຈາກ ຂປລ ໂດຍເອື່ອຍອີງການລາຍງານຂອງ ທ່ານ ດຣ ຫຍຸ້ງ ລໍວັນຄຳ ຫົວໜ້າຂະແໜງຄວບຄຸມພະຍາດຕິດຕໍ່ ພະແນກສາທາລະນະສຸກແຂວງຫລວງນໍ້າທາ ໃຫ້ຮູ້ໃນວັນທີ 4 ທັນວາ 2020 ກ່ຽວກັບຄົນຈີນ 2 ຄົນທີ່ລັກລອບຂ້າມຊາຍແດນເພື່ອກັບປະເທດ ຊື່ ທ້າວ ຈ່າງຈື້ຊີນ, ສັນຊາດຈີນ ແລະ ທ້າວ ຈ່າງຊົງເວີຍ, ສັນຊາດຈີນ ທັງສອງແມ່ນຢູ່ແຂວງຟູຈ້ຽນ ສປ ຈີນ, ເຊິ່ງໄລຍະການເຄື່ອນໄຫວແມ່ນ: ວັນທີ 24 ພະຈິກ 2020 ໄດ້ມີເຖົ້າແກ່ມຽນມາຄົນໜຶ່ງໄດ້ເກັບເງິນນຳ ທ້າວ ຈ່າງຊົງເວີຍ ກັບ ທ້າວ ຈ່າງຈື້ຊີນ ຈຳນວນ 41.000 ຢວນຕໍ່ຄົນ ແລ້ວຈັດການພາ 2 ຄົນລັກລອບຂ້າມຊາຍແດນ, ເຊິ່ງມີລາຍລະອຽດດັ່ງນີ້:

ຕົກມາເວລາປະມານ 13:00 ໂມງຂອງວັນທີ 24 ພະຈິກ 2020 ທ້າວ ຈ່າງຊົງເວີຍ ກັບ ທ້າວ ຈ່າງຈື້ຊີນ ແມ່ນໄດ້ຢູ່ເຂດຮ້ານ KTV ຕ້າຊີລີຫູລູຕ້າ, ທັງສອງນັ່ງລົດນໍາຊາຍອາຍຸປະມານ 30 ກວ່າປີ, ລົດສີນໍ້າເງິນ ແລ້ວປະມານເຄິ່ງຊົ່ວໂມງ ກໍເຖິງຈຸດນັດໝາຍແຄມຂອງແລ້ວ. ທັງສອງກໍ່ລໍຖ້າເຮືອກັບຜູ້ຊາຍຊາຍ 3 ຄົນ. ຜ່ານໄປໄດ້ສອງຊົ່ວໂມງແລ້ວ ພວກເຂົາທັງ 5 ຄົນ ກໍໄດ້ຂີ່ເຮືອນຳຜູ້ຂັບເຮືອຄົນໜຶ່ງ ອາຍຸປະມານ 20 ກວ່າປີ ໂດຍນັ່ງເຮືອປະມານເຄິ່ງຊົ່ວໂມງກໍຮອດແຄມດ່ານ, ໃນລະຫວ່າງລໍຖ້າເປັນເວລາ 2 ຊົ່ວໂມງ ກໍມີຊາຍອາຍຸປະມານ 40 ກວ່າປີ ຂັບລົດກະບະສີດຳ (ປ້າຍລາວ) ພາພວກເຂົາເຂົ້າພັກຢູ່ໂຮງແຮມແຫ່ງໜຶ່ງບໍລິເວນດ່ານ (ບໍ່ຮູ້ຊື່ເພາະໂຮງແຮມຂຽນເປັນພາສາລາວ) ເມື່ອຮອດບ່ອນພັກແລ້ວ ທ້າວ ຈ່າງຊົງເວີຍ ກັບ ທ້າວ ຈ່າງຈື້ຊີນ ພ້ອມຊາຍ 3 ຄົນ ທີ່ຂີ່ເຮືອລຳດຽວກັນໄດ້ແຍກກັນ.

ໃນວັນທີ 27 ພະຈິກ 2020 ລະຫວ່າງທີ່ເຂົ້າພັກຢູ່ໂຮງແຮມນັ້ນ, ທັງສອງ ໃສ່ຜ້າອັດປາກຕະຫລອດ ແລະ ບໍ່ໄດ້ພົບປະກັບໃຜ ນອກຈາກພະນັກງາໂຮງແຮມແຫ່ງນັ້ນ, ເວລາ ປະມານ 20:00 ໂມງຂອງວັນດຽວກັນ, ທ້າວ ຈ່າງຊົງເວີຍ ກັບ ທ້າວ ຈ່າງຈື້ຊີນ ໄດ້ນັ່ງລົດໄປກັບຊາຍຄົນໜຶ່ງກັບເມຍ ອາຍຸປະມານ 40 ກວ່າປີ

ວັນທີ 28 ພະຈິກ 2020 ເວລາ 03:00 ໂມງເຊົ້າໄດ້ໄປນອນຢູ່ບ້ານພັກແຫ່ງໜຶ່ງເຂດບໍ່ເຕ່ນ ລະຫວ່າງທີ່ຈະເຂົ້າພັກໄດ້ໃຊ້ຜ້າອັກປາກ, ນອກຈາກພະນັກງານໂຮງແຮມແມ່ນບໍ່ໄດ້ພົບພັນກັບໃຜ; ວັນທີ 29 ພະຈິກ 2020 ເວລາປະມານ 14:00 ໂມງ ທ້າວ ຈ່າງຊົງເວີຍ ກັບ ທ້າວ ຈ່າງຈື້ຊີນ ໄດ້ອອກຈາກບ້ານພັກຂີ່ລົດ SUV ສີຂີ້ເທົ່າອອກຈາກໂຮງແຮມ, ຂັບລົດໂດຍຜູ້ຊາຍອາຍຸປະມານ 30 ປີ ແລະ ອອກລົດໄປປະມານເຄິ່ງຊົ່ວໂມງ ແລ້ວເຂົ້າພັກທີ່ໂຮງແຮມKaili ທີ່ບໍ່ເຕ່ນ ຈົນຮອດ 20:00 ໂມງຂອງວັນທີ 1 ທັນວາ 2020 ໄດ້ໃສ່ຜ້າອັດປາກໃນເວລາເຂົ້າພັກເຊົາ, ນອກຈາກພະນັກງານໂຮງແຮມແລ້ວບໍ່ໄດ້ຕິດຕໍ່ກັບໃຜ

ຫລັງຈາກນັ້ນ ທ້າວ ຈ່າງຊົງເວີຍ ກັບ ທ້າວ ຈ່າງຈື້ຊີນ ໄດ້ຂີ່ລົດຕູ້ ໄປກັບຜູ້ຊາຍຂັບລົດອາຍຸ 30 ປີ ຈາກໂຮງແຮມ Kaika ໄປຫາຕີນພູເຂດຊາຍແດນລາວ, ຈາກນັ້ນພວກເຂົາກໍ່ຍ່າງຂຶ້ນພູ ຕາມການແນະນຳຂອງຄົນຂັບລົດ. ໃນເວລາສັ້ນໆ ໄດ້ມີຊາຍສອງຄົນນຳພາມຸ່ງໜ້າ ແລະ ຍ່າງໄປຕາມເສັ້ນທາງພູເຂົາປະມານ 3 ຊົ່ວໂມງ ພວກເຂົາໄປຮອດຕີນພູແຫ່ງໜຶ່ງໃນປະເທດຈີນ ແລ້ວຊາຍສອງຄົນທີ່ນຳທາງກໍກັບຄືນຊາຍແດນລາວ (ບໍ່ມີຂໍ້ມູນຂອງຊາຍທັງສອງຄົນ), ເວລາປະມານ 02:00 ໂມງຂອງວັນທີ 2 ທັນວາ 2020 ທ້າວ ຈ່າງຊົງເວີຍ ກັບ ທ້າວ ຈ່າງຈື້ຊີນ ກຽມຍ່າງອອກຈາກຕີນພູ ແຕ່ຊາຍທັງສອງຖືກເຈົ້າໜ້າທີ່ຕໍາຫລວດຈີນ ຈັບຕົວຢູ່ຊາຍແດນຈີນ ເມືອງບໍ່ຫານ ປະເທດຈີນ ແລະ ຄວບຄຸມການລະບາດ

ໃນມື້ດຽວກັນນັ້ນ, ທ້າວ ຈ່າງຊົງເວີຍ ກັບ ທ້າວ ຈ່າງຈື້ຊີນ ໄດ້ຖືກສົ່ງໄປທີ່ໂຮງແຮມວ້ານລຽນ ເມືອງລ້າ ເພື່ອດຳເນີນການກັກຕົວຕາມລະບຽບການ

ໃນໂອກາດນີ້ ທ່ານ ດຣ ຫຍຸ້ງ ລໍວັນຄໍາ ຍັງໄດ້ຮຽກຮ້ອງມາຍັງປະຊາຊົນບັນດາເຜົ່າບໍ່ໃຫ້ແຕກຕື່ນ ແລະ ບໍ່ໃຫ້ປະໝາດ, ໃຫ້ເອົາໃຈໃສ່ປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ-19 ເປັນຕົ້ນ ຮັກສາສຸຂະພາບຂອງຕົນໃຫ້ແຂງແຮງຢູ່ສະເໝີ, ໃຫ້ໃສ່ຜ້າອັດປາກ-ອັດດັງ, ໝັ່ນລ້າງມືດ້ວຍສະບູ່, ນໍ້າເຈວລ້າງມື ແລະ ຮັກສາໄລຍະຫ່າງເມື່ອຢູ່ໃກ້ກັນ ເພື່ອປ້ອງກັນຕົນເອງ ແລະ ຜູ້ອື່ນໆບໍ່ໃຫ້ຕິດພະຍາດໂຄວິດ-19.

ຂໍ້ມູນຂ່າວ: http://laoedu.org

0 Comments