ເປັນຕາຢ້ານແທ້!!! ເຫດໄຟໄໝ້ບ້ານເຮືອນປະຊາຊົນເຂດສີບຸນເຮືອງ ນະຄອນຫຼວງວຽງຈັນ (ມີຄລິບ)

ເປັນຕາຢ້ານແທ້!!! ໄຟໄໝ້ເຮືອນຂອງປະຊາຊົນ ໄໝ້ແຮງເອົາແທ້ເອົາວ່າ.

ເຫດການອັນຮ້າຍແຮງນີ້ ແມ່ນເກີດຂື້ນຢູ່ເຂດບ້ານສີບຸນເຮືອງ ໃກ້ກັບບ້ານສີໃຄ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ. ຕາມລາຍງານຂອງປະຊາຊົນໃກ້ຄຽງເລົ່າວ່າ: ເວລາປະມານ 21:00 ວັນທີ່ 6/12/2020 ເກີດໄຟໄໝ້ຢ່າງໜັກ ໂດຍມີຄວາມຮຸນແຮງຫຼາຍ ແລະໄດ້ລາມໄປໄໝ້ເຮືອນທີ່ຢູ່ໃກ້ຄຽງອີກ

ໃນການລະດົມກຳລັງຄັ້ງນີ້ກໍ່ມີທັງໜ່ວຍດັບເພີງ ແລະ ອາສາກູ້ໄພ ສອງໜ່ວຍງານໄດ້ເລັ່ງໃຫ້ການຊ່ວຍເຫຼືອ ແລະ ດັບໄຟ. ຈຸດເລີ່ມຕົ້ນຂອງໄຟທີ່ໄໝ້ແມ່ນໃກ້ກັບ ຮ້ານເຄັກ ຈິນດາມະນີ, ຫຼັງຈາກນັ້ນໄຟໄໝ້ກໍ່ລຸກລາມຢ່າງຮູນແຮງ ເຮັດໃຫ້ຄວາມເສຍຫາຍຢ່າງໜັກທີ່ເຫັນໃນພາບ.

ສ່ວນສາເຫດຂອງໄຟໄໝ້ຄັ້ງນີ້ ທາງເຈົ້າໜ້າທີ່ກ່ຽວຂ້ອງແມ່ນກຳລັງກວດສອບຫາຕົ້ນຕໍ ແລະ ຈະລາຍງານໃຫ້ຮູ້ພາຍຫຼັງ.

ສະແດງຄວາມເສຍໃຈກັບຜູ້ທີ່ສູນເສຍໃນເຫດການຄັ້ງນີ້ດ້ວຍ!!

ຄລິບເຫດການຂະນະທີ່ໄຟກຳລັງໄໝ້

0 Comments