ຕາມການລາຍງານຂອງສຳນັກຂ່າວ ເດິ ໂມສໂຄ ທາມ ວັນທີ 7 ທັນວາ ທີ່ຜ່ານມານີ້ ທ່ານ Alexander Nosatov ຜູ້ບັນຊາການທະຫານເຂດທະເລ ບານຕິກ ຂອງລັດເຊຍ ກວ່າວ່າ: ນາໂຕໄດ້ຂະຫຍາຍກຳລັງປະຊິດຊາຍແດນຂອງລັດເຊຍ ແລະທ່ານຍັງໃຫ້ຮູ້ເພີ່ມອີກວ່າ: ກອງກຳລັງບຸກໂຈມຕີຂອງນາໂຕ ຍັງໄດ້ເສີມກຳລັງໄປປະຊິດຊາຍແດນເຂດ Kaliningard ຕຶ່ມອີກ
![]() |
ພາບຂ່າວ |
ສຳນັກຂ່າວຂອງ krasnaya zvezda ຍັງລາຍງານໃຫ້ຮູ້ວ່າ ເພື່ອເປັນການຮັບມືກັບການຂົ່ມຂູ່ດັ່ງກ່າວ ທາງກອງທັບຂອງລັດເຊຍ ກໍ່ຈຳເປັນທີ່ຈະຕ້ອງອອກມາຕອບໂຕ້ຄືນຢ່າງທັນການ. ໄດ້ສ້າງຕັ້ງໜ່ວຍທະຫານລາບປືນກົນທີ່ທັນສະໄໝຂື້ນ ແລະໄດ້ກາຍເປັນສ່ວນໜຶ່ງຂອງກຳລັງປ້ອງກັນເຂດທະເລບານຕິກ ເຊິ່ງປະກອບດ້ວຍກອງປືນກົນ, ກອງປືນໃຫຍ່ ແລະກອງທັບລົດຕັງ ແລະການຂະຫຍາຍກຳລັງຂອງລັດເຊຍໃນຄັ້ງນີ້ ແມ່ນຈະສຶບຕໍ່ໄປຈົນເຖິງປີໜ້າ
![]() |
ພາບຂ່າວ |
ໃນບົດລາຍງານສະບັບໜຶ່ງຂອງນາໂຕ ໃນອາທິດທີ່ຜ່ານມານີ້ ໄດ້ລະບຸວ່າ: ລັດເຊຍຍັງຄົງເປັນໄພຂົ່ມຂູ່ຕົ້ນຕໍຂອງນາໂຕ ໃນທົດສະຕະວັດທີ່ຈະມາເຖິງ ຈຶ່ງຈຳເປັນທີ່ຈະຕ້ອງຍົກລະດັບກຳລັງເພື່ອຕ້ານກັບໄພຂົ່ມຂູ່ຈາກລັດເຊຍ.
![]() |
ພາບຂ່າວ |
0 Comments