ຫຼັງຈາກທີ່ເຟຊບຸກຂອງເຮົາຖືກບລ໊ອກໄປແລ້ວ ສິ່ງທີ່ຈະຕາມມານັ້ນກໍ່ຄື: ຈະກົດເພີ່ມເພື່ອນກໍ່ບໍ່ໄດ້, ໂພສລິ້ງ ຂໍ້ຄວາມ ແລະຮູບພາບບໍ່ໄດ້ ທີ່ຮ້າຍແຮງໄປກວ່ານັ້ນອາດຖືກຍົກເລີກບັນຊີໄປເລີຍກໍ່ເປັນໄດ້
ບັນດາສາຍເຫດການຖືກບລ໊ອກຈາກ Facebook ມີດັ່ງຕໍ່ໄປນີ້:
- ການກົດຂໍເພີ່ມເພື່ອນຫຼາຍເກີນທີ່ກຳນົດຕໍ່ວັນ
- ຂໍເພີ່ມເພື່ອນຫຼາຍໆຄົນ ແລ້ວເພື່ອນບໍ່ກົດຕອບຮັບກັນຫຼາຍຄົນ
- ມີການໂພສລິ້ງ, ຂໍ້ຄວາມ ແລະພາບທີ່ຜິດຕໍ່ກົດໝາຍ
- ມີການໂພສ ໄວຣັສ
- ຖືກຄົນອື່ນໆ ລາຍງານວ່າມີພຶດຕິກຳບໍ່ເໝາະສົມ
ການທີ່ຖືກບລ໊ອກຈາກເຟຊບຸກແມ່ນເປັນເລື່ອງປົກກະຕິ ແອັດມິນກໍ່ເຄີຍຖືກບລ໊ອກເຊັ່ນດຽວກັນຕອນກຳລັງໃຊ້ເຟຊບຸກໃໝ່ໆ ແຕ່ບໍ່ດົນກໍ່ກັບມາໃຊ້ງານໄດ້ເປັນປົກກະຕິ ເຮົາບໍ່ຈຳເປັນທີ່ຈະເປັນແກ້ໄຂອັນໃດເລີຍ. ເຊິ່ງບາງຄົນທີ່ຖືກບລ໊ອກຫຼັງຈາກທີ່ບລ໊ອກແລ້ວ ເຟຊບຸກເຂົາຈະແຈ້ງວ່າໃຫ້ເຮົານັ້ນລໍຈັກວັນຈຶ່ງຈະໃຊ້ໄດ້
ເມື່ອຮອດກຳນົດເຟຊຂອງເຮົາກໍ່ຈະກັບມາເປີດ ແລະເຂົ້າໄດ້ຕາມເຄີຍ ເມື່ອເຂົ້າໄດ້ແລ້ວເຮົາກໍ່ພຽງແຕ່ ເຮັດໃນສິ່ງທີ່ກົງກັນຂ້າມ ກັບສາເຫດທີ່ຖືກບລ໊ອກເຊັ່ນວ່າ: ບໍ່ໄປເພີ່ມເພື່ອນຫຼາຍເກີນໄປ, ໂພສສິ່ງທີ່ຜິດກົດໝາຍ, ພາບ-ຄລິບໂປ້ເປືອຍຕ່າງໆ ແລະບໍ່ໄປສ້າງຄວາມລຳຄານໃຫ້ໃຜຕໍ່ໃຜ(ຈົນເຂົາຕ້ອງລາຍງານພຶດຕິກຳ) ອື່ນໆ. ຂະນະທີ່ເຮົາຖືກບລ໊ອກຢູ່ນັ້ນ ແມ່ນໃຫ້ເຮົາເຂົ້າໃຊ້ງານເປັນປົກກະຕິ ແລະຢຸດເຮັດພຶດຕິກຳທີ່ເປັນສາເຫດຂອງການຖືກບລ໊ອກທີ່ໄດ້ບອກໄປໃນຂ້າງຕົ້ນນັ້ນ ລໍບໍ່ດົນນານກໍ່ກັບມາໃຊ້ເປັນປົກກະຕິແລ້ວ
ອີກກໍລະນີໜຶ່ງ ການລາຍງານຄວາມບໍ່ເໝາະສົມ ອັນນີ້ໂທດແມ່ນຈະຮ້າຍແຮງກວ່າເກົ່າ ແຕ່ການເພີ່ມເພື່ອນຫຼາຍໆ ລະບົບມັນກໍ່ພຽງບລ໊ອກບໍ່ໃຫ້ເພີ່ມເພື່ອນຊົ່ວຄາວ ແຕ່ຫາກມີການລາຍງານວ່າມີຄວາມບໍ່ເໝາະສົມ ແມ່ນຈະຖືກຢຸດການໃຊ້ຊົ່ວຄາວ ຫລືຕະຫຼອດໄປ.
0 Comments